• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການປະທະກັນຢູ່ເຂດຕາເວັນອອກກາງ

ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ເຮືອບິນສູ້ຮົບຂອງກອງທັບອາກາດປະເທດນີ້ໄດ້ທຳລາຍຫຼາຍເປົ້າໝາຍ, ລວມທັງບັນດາສະຖານທີ່ຍິງລູກສອນໄຟ ພ້ອມກັບໂຄງສ້າງດ້ານການທະຫານຈຳນວນໜຶ່ງຂອງ Hezbollah
ອິດສະຣາແອັນ ເພີ່ມທະວີການບຸກໂຈມຕີນາງອາກາດແນໃສ່ ລີບັງ (ພາບ: Reuters)
ອິດສະຣາແອັນ ເພີ່ມທະວີການບຸກໂຈມຕີນາງອາກາດແນໃສ່ ລີບັງ (ພາບ: Reuters)

ໂດຍສືບຕໍ່ບັນດາການປະທະກັນທີ່ຮ້າຍແຮງຢູ່ເຂດຊາຍແດນ ອິດສະຣາແອັນ - ລີບັງ ທີ່ແກ່ຍາວເປັນເວລາກວ່າ 3 ເດືອນຜ່ານມາ, ວັນທີ 18 ມັງກອນ, ກອງທັບ ອິດສະຣາແອັນ ໄດ້ເປີດການບຸກໂຈມຕີທາງອາກາດຫຼາຍຄັ້ງ ແນໃສ່ບັນດາເຂດສຳຄັນຂອງກຳລັງ Hezbollah ຢູ່ທາງທິດໃຕ້ ລີບັງ.

ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ເຮືອບິນສູ້ຮົບຂອງກອງທັບອາກາດປະເທດນີ້ໄດ້ທຳລາຍຫຼາຍເປົ້າໝາຍ, ລວມທັງບັນດາສະຖານທີ່ຍິງລູກສອນໄຟ ພ້ອມກັບໂຄງສ້າງດ້ານການທະຫານຈຳນວນໜຶ່ງຂອງ Hezbollah ໃກ້ກັບເຂດຊາຍແດນ ອິດສະຣາແອັນ. ນອກນັ້ນ, ກອງທັບອາກາດ ອິດສະຣາແອັນ ກໍ່ຖີ້ມລະເບີດໃສ່ສະຖານທີ່ບາງແຫ່ງເຊິ່ງ Hezbollah ໄດ້ນຳໃຊ້ເພື່ອຍິງລູກສອນໄຟເຂົ້າເຂດດິນແດນຂອງ ອິດສະຣາແອັນ. ເຖິງຢ່າງໃດກໍ່ຕາມ, ບັນດາແຫຼ່ງຂ່າວຂອງ ອິດສະຣາແອັນ ບໍ່ໃຫ້ຮູ້ກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບໃນບັນດາເຫດບຸກໂຈມຕີດັ່ງກ່າວ.

ກໍ່ກ່ຽວຂ້ອງເຖິງເຂດ ກາຊາ, ວັນທີ 18 ມັງກອນ, ລັດຖະສະພາ ເອີລົບ ໄດ້ຮັບຮອງເອົາມະຕິສະບັບໜຶ່ງທີ່ຮຽກຮ້ອງການຢຸກຍິງໂດຍຖາວອນຢູ່ເຂດ ກາຊາ ພາຍຫຼັງທີ່ຕົວປະກັນທັງໝົດໄດ້ຮັບການປ່ອຍຕົວໃນທັນທີ ແລະ ບໍ່ມີເງື່ອນໄຂຫຍັງໝົດ, ພ້ອມທັງຍຸບເລີກອົງການ Hamas. ໃນຂະນະນັ້ນ, ບັນດາປະເທດ ອາຣັບ ກໍ່ພວມຮ່ວມມືເພື່ອຊຸກຍູ້ຄຳສັ່ງຢຸດຍິງໃນສົງຄາມຢູ່ເຂດ ກາຊາ, ດ້ວຍເປົ້າໝາຍປ່ອຍຕົວປະກັນຊາວ ອິດສະຣາແອັນ ຈຳນວນໜຶ່ງ, ສືບຕໍ່ດຳເນີນວິວັດການຫັນການພົວພັນກັບ Tel Aviv ເປັນປົກກະຕິ ແລະ ສ້າງລັດ ປາແລັດສະຕິນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

Top