• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານີວິທະຍຸກະຈ່າຍສຽງຫວຽດນາມສືບຕໍ່ເສີມຂະຫຍາຍໄດ້ປຽບເພື່ອໃຫ້ມີບາດກ້າວພັດທະນາໃໝ່

ຕອນເຊົ້າວັນທີ 27 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມໄດ້ລົງຢ້ຽມຢາມແລະເຮັດວຽກກັບພະນັກງານ, ນັກຂ່າວ, ຜູ້ບັນນາທິການຂອງວິທະຍຸກະຈ່າຍສຽງຫວຽດນາມ(VOV), ໂທລະພາບດີຈີຕອນ VTC, ສັງກັດVOV.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ VOV

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມໄດ້ຢັ້ງຢືນວ່າໃນໄລຍະຜ່ານມາ, ວິທະຍຸກະຈ່າຍສຽງຫວຽດນາມປະຕິບັດໜ້າທີ່ການເມືອງໄດ້ດີ, ປະກອບສ່ວນຢ່າງຕັ້ງໜ້າພ້ອມກັບລັດຖະບານເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ.ພ້ອມກັນນັ້ນຍັງເປັນຂົວຕໍ່ຢ່າງແທດຈິງລະຫວ່າງລັດຖະບານແລະປະຊາຊົນ. ພິເສດ, ວິທະຍຸກະຈ່າຍສຽງຫວຽດນາມໄດ້ສຸມໃສ່ລົງທຶນຢ່າງລ່ວງເລິກ, ປະຕິບັດຫຼາຍບາດກ້າວຫັນປ່ຽນໃໝ່ສຳລັບດ້ານວັດທະນາທຳ, ສັງຄົມດ້ວຍການຮັບຮອງໂທລະພາບດີຈີຕອນVTCພ້ອມທັງມອບສົ່ງຊ່ອງໂທລະພາບສະພາແຫ່ງຊາດເຂົ້າໃຫ້ຫ້ອງວ່າການສະພາແຫ່ງຊາດກໍແມ່ນບາດກ້າວໃໝ່ຂອງວິທະຍຸກະຈ່າຍສຽງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມກໍສະແດງຄວາມປາດຖະໜາວ່າ ວິທະຍຸກະຈ່າຍສຽງຫວຽດນາມສືບຕໍ່ເສີມຂະຫຍາຍໃຫ້ເປັນອົງການສື່ສານຫຼາຍຂະແໜງທີ່ເຂັ້ມແຂງ. ຄຽງຂ້າງນັ້ນຕ້ອງມີຄວາມຕັດສິນໃຈ, ມີຫົວຄິດປະດິດສ້າງໃຫ້ຖືກຕາມທ່າອ່ຽງຂອງສື່ມວນຊົນທັນສະໄໝຂອງໂລກ.

   ທ່ານຫງວຽນເທ໋ກິຜູ້ອຳນວຍການໃຫຍ່ຂອງວິທະຍຸກະຈ່າຍສຽງຫວຽດນາມຊີ້ແຈ້ງວ່າໃນໄລຍະຈະມາເຖິງ, ວິທະຍຸກະຈ່າຍສຽງຫວຽດນາມຈະຍາດແຍ່ງທຸກເງື່ອນໄຂເພື່ອເສີມຂະຫຍາຍປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ດີ ເພື່ອສົ່ງຂໍ້ມຸນຂ່າວສານຂອງວິທະຍຸກະຈ່າຍສຽງຫວຽດນາມໄປສູ່ຜູ້ຟັງທັງພາຍໃນ ແລະຕ່າງປະເທດ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ.

Top