• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຫວຽດນາມ ອວຍພອນວັນຊາດລາວຄັ້ງທີ 45

      ວັນທີ 26 ພະຈິກ, ທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳ ລາວ ໄປຍັງກະຊວງການຕ່າງປະເທດລາວ ແລະ ສຳນັກງານຄະນະພົວພັນຕ່າງປະເທດພັກປະຊາຊົນປະຕິວັດ ລາວ ເພື່ອອວຍພອນ 45 ປີ ວັນຊາດ ລາວຄົບຮອລ 45 ປີ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ໃຫ້ແກ່ທ່ານ ສະເຫຼີມໄຊ ກົມມະສິດ
      ທີ່ບັນດາການພົບປະ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງດ້ວຍບັນດາຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງພັກ, ລັດ ແລະ ປະຊາຊົນລາວບັນລຸໄດ້ໃນໄລຍະ 45 ປີທີ່ຜ່ານມາ. ທ່ານ ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ເຖິງວ່າ ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ ການນຳຂອງພັກ, ລັດ ແລະ ປະຊາຊົນສອງປະເທດຍັງໄດ້ສືບຕໍ່ແບ່ງປັນ, ໜູນຊ່ວຍເຊິ່ງກັນແລະກັນ, ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ທ່ານ ເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ການພົວພັນແບບພິເສດລະຫວ່າງ ສອງປະເທດຈະນັບມື້ນັບໄດ້ຮັດແໜ້ນ, ຈະແມ່ນພື້ນຖານເພື່ອໃຫ້ສອງປະເທດສືບຕໍ່ກິດຈະການສ້າງສາ ແລະ ພັດທະນາປະເທດຊາດ.
            ສ່ວນທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດ ລາວ ຢັ້ງຢືນວ່າ, ບັນດາຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງລາວບັນລຸໄດ້ໃນວັນນີ້ແມ່ນຍ້ອນມີການໜູນຊ່ວຍ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມໃນຫຼາຍປີທີ່ຜ່ານມາ, ທ່ານນາງກໍ່ຢັ້ງຢືນວ່າ ຍາມໃດກໍ່ໄດ້ຈາລຶກຄຸນງາມຄວາມດີຂອງບັນດານັກຮົບປະຕິວັດສອງປະເທດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດຂອງສອງປະເທດ, ເພື່ອພື້ນຖານເອກະລາດແຫ່ງຊາດ, ເພື່ອຄວາມເສລີ ແລະ ຄວາມຜາສຸກຂອງປະຊາຊົນສອງປະເທດ
(ແຫຼ່ງຄັດຈາກ VOV)
 

ສິງ​ກະ​ໂປ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ສິງ​ກະ​ໂປ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ທີ່ພວມມີການຢ້ຽມຢາມຫວຽດນາມ.

Top