• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ ລາວ ມີຜູ້ຕິດເຊື້ອໄວຣັສ ໂຄວິດ-19 ເພີ່ມອີກ 1 ຄົນ ລວມເປັນ 3 ຄົນ

ໃນວັນທີ 24 ມີນາ 2020 ຜ່ານມາ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.


ພິທີ ຖະແຫລງຂ່າວກ່ຽວກັບ ການແຜ່ລະບາດຂອງເຊື້ອພະຍາດ ໄວຣັສໂຄວິດ-19

(ພາບ: KPL)


ຕາມແຫຼ່ງຂ່າວຈາກ Kpl, ໃນວັນທີ 25 ມີນາ 2020 ຢູ່ ກະຊວງ ສາທາລະນະສຸກ ລາວໄດ້ຈັດພິທີ ຖະແຫລງຂ່າວກ່ຽວກັບ ການແຜ່ລະບາດຂອງເຊື້ອພະຍາດ ໄວຣັສໂຄວິດ-19 ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດ, ທ່ານ ດຣ. ພອນປະ ເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ພ້ອມດ້ວຍສື່ມ່ວນຊົນ ເຂົ້າຮ່ວມ.

ທ່ານ ດຣ. ພູທອນ ເມືອງປາກຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ: ໃນວັນທີ 24 ມີນາ 2020 ຜ່ານມາ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງໄດ້ມີການພົວພັນກັບ ທ້າວ ສີລິສັກ ຜູ້ຕິດເຊື້ອຢູ່ໂຮງແຮມ ຄຮາວພາຊາ. ປັດຈຸບັນ ມີຜູ້ຕິດເຊື້ອແລ້ວ 3 ຄົນ ແລະ ໄດ້ເຂົ້າຮັບການປິ່ນປົ່ວເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນີ້, ຍັງມີຜູ້ທີ່ໃກ້ຊິດ ແລະ ສຳຜັດ ກັບ 2 ຄົນທີ່ຕິດເຊື້ອມາກ່ອນໜ້ານີ້ ມີ 133 ຄົນ ແລະ ໄດ້ນໍາຕົວຢ່າງມາວິໄຈຈໍານວນ 13 ກໍລະນີ ແລະ ຍັງລໍຖ້າຜົນກວດຢູ່.

(ແຫຼ່ງຄັດຈາກ VOV)


ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ວັນທີ 16 ມິຖຸນາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ຢັ້ງຢືນຄືນ ການເຈລະຈາສອງຝ່າຍ ແມ່ນຊ່ອງທາງທີ່ເໝາະສົມເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ ເຂດຊາຍແດນ ໄທ - ກຳປູເຈຍ.

Top