• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ລາວ ຊັກທູງ ເພື່ອສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ

      ວັນທີ 6 ສິງຫາຢູ່ນະຄອນຫຼວງ ວຽງຈັນ, ກະຊວງການຕ່າງປະເທດລາວໄດ້ຈັດຕັ້ງພິທີຊັກທູງເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2019).

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວກ່າວຄຳເຫັນທີ່ພີທີ
      ກ່າວຄຳເຫັນທີ່ພິທີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ໄດ້ເນັ້ນໜັກເຖິງບັນດາຜົນງານຂອງອາຊຽນໃນຕະຫຼອດໄລຍະ 52 ປີທີ່ຜ່ານມາ. ພິເສດແມ່ນປີ 2015, ປະຊາຄົມອາຊຽນໄດ້ສ້າງຕັ້ງຢ່າງເປັນທາງການ, ດ້ວຍ 3 ເສົາຄ້ຳຕົ້ນຕໍແມ່ນ ຄວາມໝັ້ນຄົງ - ການເມືອງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກ. ຜົນສຳເລັດທຳອິດ ຂອງອາຊຽນແມ່ນສືບຕໍ່ຮັດແໜ້ນບັນດາການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກນຳກັນ ແລະ ລະຫວ່າງ ອາຊຽນກັບພາຍນອກ, ອີງຕາມຫຼັກການທີ່ໄດ້ກຳນົດໃນ ອາຊຽນ ກໍ່ຄືບັນດາກົນໄກໂດຍ ອາຊຽນສ້າງຂຶ້ນ, ຄືຫຼັກການດຳລົງຊີວິດໃນສັນຕິພາບ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ບົນຫຼັກການເຫັນດີເຫັນພ້ອມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ຕາມຄວາມຫຼາຍຮູບຫຼາຍແບບຂອງແຕ່ລະປະເທດສະມາຊິກ, ຫຼືຍັງໄດ້ເອີ້ນວ່າ ວິທີການຂອງ ອາຊຽນ (ASEAN Way).
(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top