• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ລາວມອບຫຼຽນໄຊມິດຕະພາບໃຫ້ຄະນະກຳມະການປະຊາຊົນ ແລະ ຕຳຫຼວດແຂວງດ້ຽນບຽນ

ວັນທີ 23 ພຶດສະພາ, ທີ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ, ປະເພດຫວຽດນາມ ໄດ້ຈັດຕັ້ງພິທີຮັບຫຼຽນໄຊມິດຕະພາບຈາກ ສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ ຊຶ່ງມອບໃຫ້ແກ່ ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ແລະ ຫຼຽນໄຊແຮງງານຊັ້ນ 3 ໃຫ້ ຕຳຫຼວດປະຊາຊົນແຂວງດ້ຽນບຽນ.

ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງໆຫຼວງນ້ຳທາ ມອບຫຼຽນໄຊມິດຕະພາບໃຫ້ຄະນະກຳມະການປະຊາຊົນແຂວງດ້ຽນບຽນ 
(ພາບ: TTXVN)
ທີ່ພິທີ, ທ່ານ ເພັດຖາວອນ ພິລາວັນ ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ໄດ້ມອບຫຼຽນໄຊມິດຕະພາບໃຫ້ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ແລະ ຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ ຕຳຫຼວດແຂວງດ້ຽນບຽນ.

        ທ່ານ ເພັດຖາວອນ ພິລາວັນ ເນັ້ນໜັກວ່າ ໃນສະໄໝຕໍ່ສູ້ກູ້ຊາດຂອງລາວ, ແຂວງດ້ຽນບຽນ ແມ່ນຖານທີ່ໝັ້ນແຫ່ງໜຶ່ງໃຫ້ການປະຕິວັດລາວ. ກຳລັງທະຫານອາສາສະໝັກຫວຽດນາມໄດ້ມີກອງພັນນ້ອຍຫຼາຍກອງເຂົ້າຮ່ວມບັ້ນຮົບປົດປ່ອຍບັນດາແຂວງຢູ່ທາງພາກເໜືອຂອງລາວ, ພິເສດແມ່ນ ບັ້ນຮົບປົດປ່ອຍແຂວງຫຼວງນ້ຳທາ ເມື່ອປີ 1962. ແລ້ວມາຮອດສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ, ແຂວງດ້ຽນບຽນຍັງຄົງສືບຕໍ່ໃຫ້ການຮ່ວມມື ແລະ ໜູນຊ່ວຍແຂວງຫຼວງນ້ຳທາ ເປັນຕົ້ນແມ່ນ ການຮ່ວມມືໃນຂົງເຂດການຄ້າ, ການບໍລິການ, ການທ່ອງທ່ຽວ, ວັດທະນະທຳພື້ນເມືອງ; ໜູນຊ່ວຍແຂວງຫຼວງນ້ຳທາໃນຂົງເຂດວັດທະນະທຳ-ສັງຄົມ, ກະສິກຳ ແລະ ປ່າໄມ້, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ນອກນັ້ນ, ຕຳຫຼວດແຂວງດ້ຽນບຽນ ກໍໄດ້ໜູນຊ່ວຍແຂວງຫຼວງນ້ຳທາ ຈຳນວນເງິນ 300.000 USD ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.
 
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top