• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກ​ງານ​ແນວ​ໂຮມ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການພົວພັນຮ່ວມມືຮອບດ້ານ ແລະ ຫຼາຍຮູບຫຼາຍແບບລະຫວ່າງທ້ອງຖິ່ນຕ່າງໆ ແລະ ການຮ່ວມມືຊາຍແດນ ແມ່ນຈຸດພົ້ນເດັ່ນ, ສ້າງພື້ນຖານ ແລະ ລວງເລິກໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.
ກອງປະຊຸມປະທານແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 9 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມປະທານແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຂຸດໄພທຸນ; ທ່ານນາງ Samdech Mensamaan ປະທານສະພາແນວຮົມສາມັກຄີພັດທະນາປະເທດ ກຳປູເຈຍ ແລະ ທ່ານ ໂດ໊ວັນຈຽນ ປະທານຄະນະກຳທະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ການພົວພັນຮ່ວມມືຮອບດ້ານ ແລະ ຫຼາຍຮູບຫຼາຍແບບລະຫວ່າງທ້ອງຖິ່ນຕ່າງໆ ແລະ ການຮ່ວມມືຊາຍແດນ ແມ່ນຈຸດພົ້ນເດັ່ນ, ສ້າງພື້ນຖານ ແລະ ລວງເລິກໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໂດ໊ວັນຈຽນ ສະເໜີວ່າ ສາມຝ່າຍຕ້ອງສືບຕໍ່ເອົາໃຈໃສ່, ຊຸກຍູ້ ແລະ ເຂົ້າຮ່ວມໂຄງການຮ່ວມມືໃນໄລຍະຕໍ່ໄປຢ່າງເລິກເຊິ່ງ; ສະເໜີບັນດາຂໍ້ລິເລີ່ມ, ມາດຕະການໃໝ່, ແທດເໝາະກັບສະພາບການໃໝ່; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຈະເປັນເຈົ້າການ ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ບັນຫາເກີດຂຶ້ນໃໝ່ໃນການພົວພັນສາມປະເທດເວົ້າລວມ ກໍຄື ລະຫວ່າງແນວໂຮມສາມປະເທດເວົ້າສະເພາະຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top