• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານບຸກຄະລາກອນ: ຈິດໃຈປະຊາທິປະໄຕ,ສາມັກຄີ, ເປັນເອກະພາບສູງ

ທ່ານ ຫງວຽນແທງບີ່ງ ຮອງຫົວຫນ້າປະຈຳການ ຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ:  ຄະນະບໍລິຫານງານສູນກາງພັກ ຊຸດທີ XIII  ໄດ້ເປັນເອກະພາບຢ່າງສູງຕໍ່ບັນຊີລາຍຊື່ບຸກຄະລາກອນເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ ພິຈາລະນາເລືອກຕັ້ງຕາມການກຳນົດ:
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ພາບ:vietnam+

ວັນທີ 30 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມສືບຕໍ່ປຶກສາຫາລືກ່ຽວກັບວຽກງານບຸກຄະລາກອນ.  ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານ ຫງວຽນແທງບີ່ງ ຮອງຫົວຫນ້າປະຈຳການ ຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ:  ຄະນະບໍລິຫານງານສູນກາງພັກ ຊຸດທີ XIII  ໄດ້ເປັນເອກະພາບຢ່າງສູງຕໍ່ບັນຊີລາຍຊື່ບຸກຄະລາກອນເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ ພິຈາລະນາເລືອກຕັ້ງຕາມການກຳນົດ:

“ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນຮັບປະກັນຫລັກການລວມສູນປະຊາທິປະໄຕ ແລະ ຮັບປະກັນຄວາມສາມັກຄີ ເປັນເອກະພາບຢ່າງສູງ ພ້ອມທັງປະຕິບັດຢ່າງມີວິທະຍາສາດ, ເປັນລະບົບ, ພາວະວິໄສ, ຮອບດ້ານ, ມີປະສິດທິຜົນ, ປະຕິບັດຕາມຫລັກການຂອງພັກ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ, ເລືອກເຟັ້ນຜູ້ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນຄຸນສົມບັດ, ມີອິດທິພົນຊື່ສຽງໃນພັກ ແລະ ໃນໝູ່ປະຊາຊົນ.”

ຄະນະບໍລິຫານງານສູນກາງພັກ ຊຸດທີ XII ມີຄວາມເປັນເອກະພາບສູງເພື່ອຄັດເລືອກຜູ້ແທນບາງທ່ານ ໃນກໍລະນີພິເສດ ເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະຄະນະບໍລິຫານງານສູນກາງພັກຊຸດທີ XIII ພິຈາລະນາເລືອກເຟັ້ນຕຳແຫນ່ງກົມການເມືອງ,ຄະນະເລຂາສູນກາງພັກຊຸດທີ XIII.

(ແຫຼ່ງຄັດຈາກ VOV)

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ລາ​ຊະ​ອາ​ນາ​ຈັກອັງ​ກິດ ປະ​ກາດ​ວ່າ ຈະ​ອອກ​ເງິນ​ດ້ວ​ຍ​ຈຳ​ນວນເງິນ 660 ລ້ານ​ປອນ (ເກືອບ 900 ລ້ານ USD) ໃຫ້​ແກ່ ຝະ​ລັ່ງ ໃນ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ສະ​ບັບ​ໃໝ່ ທີ່​ແກ່​ຍາວ​ໃນ​ເວ​ລາ 3 ປີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄົນ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝານ​ຜ່ານຊ່ອງ​ແຄບ​ທະ​ເລ Manche.

Top