• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງການນັກຊ່ຽວຊານ, ນັກຮຽນຮູ້ຢູ່ ສິງກະໂປ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

ບັນດາຜູ້ຊ່ຽວຊານກໍ່ຖືວ່າ: ເລື່ອງສອງປະເທດ ຫວຽດນາມ ແລະ ອົດສະຕາລີ ຍົກລະດັບການພົວພັນ ກໍເປັນການປະກອບສ່ວນສັງລວມເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ. ພາບ: Dương Giang/TTXVN

ວົງການນັກຊ່ຽວຊານ, ນັກຮຽນຮູ້ຢູ່ ສິງກະໂປ ສະແດງຄວາມສົນໃຈ ແລະ ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ອົດສະຕາລີຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສຸງ ຫວຽດນາມ ຫວ່າງແລ້ວນີ້, ໃນນັ້ນຫວຽດນາມ ແລະ ອົດສະຕາລີ ໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດຫນ້າປະຫວັດສາດໃຫມ່ໃນການພົວພັນສອງຝ່າຍໃຫ້ນັບມື້ນັບລວງເລິກ, ມີປະສິດທິຜົນ ແລະ ແທດຈິງກວ່າໃນອະນາຄົດ.

ປອ ເລຮົ່ງຫຽບ, ຜູ້ຊ່ຽວຊານຢູ່ສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ (ISEAS - Yusof Ishak Institute), ສິງກະໂປ ເນັ້ນຫນັກວ່າ ເລື່ອງຍົກການພົວພັນຂຶ້ນສູ່ລະດັບສູງສຸດ ຈະຊ່ວຍສ້າງເງື່ອນໄຂໃຫ້ແກ່ການເພີ່ມທະວີການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ນອກນັ້ນ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຄັ້ງນີ້ ກໍ່ສະແດງໃຫ້ເຫັນບົດບາດ, ທີ່ຕັ້ງສາກົນນັບມື້ນັບສູງຂອງຫວຽດນາມ ພ້ອມທັງສະແດງໃຫ້ເຫັນຄວາມສຳຄັນພວມເພີ່ມຂຶ້ນຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງ ອົດສະຕາລີ.

ປອ ເຈີນທິບິກ, ຊ່ຽວຊານຢູ່ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ(Lee Kuan Yew School of Public Policy - National University Singapore), ກໍຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ອົດສະຕາລີຂອງທ່ານນາຍົກລັດຖະມົນຕີ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ. ເລື່ອງຮ່ວມມືກັບອົດສະຕາລີ ຈະປະກອບສ່ວນຫລາຍສົມຄວນເຂົ້າໃນການພັດທະນາເສດຖະກິດ, ການກຳນົດທິດຫັນປ່ຽນພະລັງງານສະອາດ ແລະ ພື້ນຖານເສດຖະກິດດິຈີຕອນຂອງ ຫວຽດນາມ.

ບັນດາຜູ້ຊ່ຽວຊານກໍ່ຖືວ່າ: ເລື່ອງສອງປະເທດຍົກລະດັບການພົວພັນ ກໍເປັນການປະກອບສ່ວນສັງລວມເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top