• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ກຳ​ປູ​ເຈຍ ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ

ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ໄດ້ກ່າວຄຳເຫັນຢັ້ງຢືນວ່າ Metfone ໄດ້ປະກອບສ່ວນຍົກສູງຖານະບົດບາດຂອງກຳປູເຈຍ ໃນພາກພື້ນ ແລະ ໂລກໃນຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ.
ທ່ານ ຕ່າວດຶກທັ້ງ ປະທານກຸ່ມບໍລິສັດ Viettel ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 19 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ບໍລິສັດ Viettel Cambodia ຂຶ້ນກັບກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ (Viettel), ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງການດຳເນີນທຸລະກິດ  ແລະ ເຄື່ອນໄຫວ ຢູ່ຕະຫຼາດ ກຳປູເຈຍ ດ້ວຍເຄື່ອງໝາຍການຄ້າ  Metfone (2009-2024). ກ່າວຄຳເຫັນທີ່ເຫດການ, ທ່ານ ຕ່າວດຶກທັ້ງ ປະທານກຸ່ມບໍລິສັດ Viettel, ໃຫ້ຮູ້ວ່າ 15 ປີຜ່ານມາ, Viettel ແລະ Metfone ໄດ້ໝູນໃຊ້, ພັດທະນາ ບັນດາເຕັກໂນໂລຢີ 4.0 ທີ່ກ້າວໜ້າ ເພື່ອສະໜອງບັນດາພື້ນຖານ, ມາດຕະການແກ້ໄຂ, ການບໍລິການດີຈີຕອນ, ຊ່ວຍກຳປູເຈຍ ມີຄື້ນ 4G ທີ່ມີຄຸນນະພາບດີທີ່ສຸດໃນພາກພື້ນ; ທ່ານຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ໄດ້ອຸທິສ່ວນ, ປະກອບສ່ວນເຂົ້າໃນການສ້າງສາປະເທດ ກຳປູເຈຍ.

ທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ໄດ້ກ່າວຄຳເຫັນຢັ້ງຢືນວ່າ Metfone ໄດ້ປະກອບສ່ວນຍົກສູງຖານະບົດບາດຂອງກຳປູເຈຍ ໃນພາກພື້ນ ແລະ ໂລກໃນຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ຜົນສຳເລັດ, ການພັດທະນາຢ່າງຕໍ່ເນື່ອງຂອງ Metfone ແມ່ນສັນຍາລັກໃຫ້ການພົວພັນຮ່ວມມືມິດຕະພາບ ລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ກໍ່ຄືນັບມື້ນັບດຶງດູດຫຼາຍນັກລົງທຶນທາງດ້ານໂທລະຄົມມະນາຄົມ ມາຍັງກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ໄດ້​ສະ​ເໜີ​ຊຸກ​ຍູ້​ຢ່າງ​ແຮງ​ຮູບ​ແບບ​ສາມ​ອົງ​ການ​ລວມ​ມີ: ລັດ - ສະ​ຖາ​ບັນ, ໂຮງ​ຮຽນ - ວິ​ສາ​ຫະ​ກິດ​ເພື່ອທະ​ລຸ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ພັ​​ດທະ​ນາ ແລະ ຫັນ​ເຕັກ​ໂນ​ໂລ​ຢີ​ເປັນ​ການ​ຄ້າ.

Top