• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ ຊອກ​ຫາ​ແບບ​ວິ​ທີ​ຮັບ​ມື​ກັບ​ຄວາມ​ເຄ​ັ່ງ​ຕຶງ​ຢູ່​ທະ​ເລ​ແດງ

ສະພາບຄວາມເຄັ່ງຕຶງຢູ່ທະເລແດງ ໄດ້ສົ່ງຜົນກະທົບບໍ່ແມ່ນໜ້ອຍເຖິງບັນດາການເຄື່ອນໄຫວນຳເຂົ້າ - ສົ່ງອອກສິນຄ້າຂອງຫຼາຍປະເທດ, ໃນນັ້ນ ມີການເຄື່ອນໄຫວສົ່ງອອກ ສິນຄ້າຫຼັກແຫຼ່ງຫຼາຍປະເພດຂອງ ຫວຽດນາມ ໄປຍັງຕະຫຼາດ ການາດາ, ອາເມລິກາ, ສະຫະພາບເອີຣົບ (EU).
ສິນຄ້າ ຫວຽດນາມ ຢູ່ທ່າກ່ຳປັ່ນ ກາຍແມັບ - ທິຫວາຍ, ແຂວງ ບ່າເຣ້ຍ - ຫວູງເຕົາ (ພາບ: TTXVN)

ຕາມທ່ານເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າ - ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ຕາມການສ່ອງແສງຂອງບັນດາສະມາຄົມຂະແໜງສິນຄ້າໃນເບື້ອງຕົ້ນ ໄດ້ສະແດງໃຫ້ເຫັນວ່າ ຄ່າຂົນສົ່ງທາງທະເລຈາກ ຫວຽດນາມ ໄປຍັງ ພາກພື້ນເອີຣົບ ກໍຄື ໄປຍັງຝັ່ງຕາເວັນອອກຂອງ ອາເມລິກາ ແມ່ນມີການເພີ່ມຂຶ້ນຫຼາຍພໍສົມຄວນ. ກ່ອນໜ້ານັ້ນ, ຕູ້ຄອນເທນເນີສິນຄ້າ ຈາກ ຫວຽດນາມ ໄປຍັງ ເອີຣົບ ເສຍຄ່າຂົນສົ່ງປະມານ 1.800 – 2.200 USD ແຕ່ ປັດຈຸບັນ ເພີ່ມຂຶ້ນເປັນກວ່າ 4.000 USD ແລ້ວ. ລະດັບລາຄາດັ່ງກ່າວເຮັດໃຫ້ ລາຄາສິນຄ້າສົ່ງອອກຂອງ ຫວຽດນາມ ເພີ່ມຂຶ້ນ, ເວລາການມອບ - ຮັບສິນຄ້າກໍຊ້າກວ່າ, ພ້ອມດຽວກັນນັ້ນ ກໍສົ່ງຜົນກະທົບຕໍ່ຄຸນນະພາບຂອງສິນຄ້າຜະລິດຕະພັນກະເສດບາງປະເພດອີກດ້ວຍ.

ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ພວມສົມທົບກັບກະຊວງຄົມມະນາຄົມ ແລະ ການຂົນສົ່ງ ຕິດຕາມສະພາບການຢ່າງໃກ້ຊິດ, ຈາກນັ້ນຍົກອອກຄຳກ່າວເຕືອນໃຫ້ບັນດາວິສາຫະກິດຄັດເລືອກເອົາແບບວິທີມາແທນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top