ຂ່າວສານ
ວິທະຍາສາດ - ເຕັກໂນໂລຢີກາຍເປັນເສົາຄ້ຳໃໝ່, ຫຼັກແຫຼ່ງໃນການພົວພັນ ຫວຽດນາມ - ຝລັ່ງ
ຕອນບ່າຍວັນທີ 10 ກັນຍາ (ຕາມເວລາທ້ອງຖິ່ນ), ພາຍຫຼັງພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ວັງ Élysée - ທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ ປາຣີ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Emmanuel Macron ປະທານາທິບໍດີ ສາທາລະນະລັດ ຝລັ່ງ ໄດ້ດຳເນີນການໂອ້ລົມເຈລະຈາ.
ທີ່ການໂອ້ລົມເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງຝ່າຍເປີດກວ້າງການຄົ້ນຄ້ວາວິທະຍາສາດ, ໃນນັ້ນ ມີວິທະຍາສາດອາວະກາດ, ການຖ່າຍທອດຄວາມເປັນເຈົ້າເຕັກໂນໂລຢີ; ສະເໜີໜູນຊ່ວຍ ຫວຽດນາມ ພັດທະນາເຕັກໂນໂລຢີ quantum ເທື່ອລະກ້າວ. ທ່ານ Emmanuel Macron ປະທານາທິບໍດີ ສາທາລະນະລັດ ຝລັ່ງ ປາດຖະໜາວ່່າ ສອງປະເທດຈະສ້າງຫຼາຍໂຄງການໃຫຍ່, ໂຄງການໃໝ່ໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຢີຍຸດທະສາດໂດຍໄວ.
ເມື່ອເນັ້ນໜັກ ເລື່ອງ ສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງໃນຂອບເຂດການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງມີປະສິດທິຜົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ພ້ອມທັງຊຸກຍູ້ຄະນະກຳມະການເອີລົບ (EC) ແກ້ໄຂບັດເຫຼືອງ IUU ໂດຍໄວ, ໜູນຊ່ວຍ ຫວຽດນາມ ພັດທະນາອາຊີບຫາປາແບບຍືນຍົງ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີ ຝລັ່ງ ຫັນການອອກວິຊາໃຫ້ແກ່ພົນລະເມືອງ ຫວຽດນາມ ເປັນງ່າຍດາຍເພື່ອເພີ່ມທະວີການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.
ໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫ່ຍ, ປະທານປະເທດ ແລະ ທ່ານ Emmanuel Macron ປະທານາທິບໍດີ ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບຮັບເອກະສານຮ່ວມມືສຳຄັນຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດໃນບັນດາຂົງເຂດຄື: ຄວາມໝັ້ນຄົງ, ການແພດ, ການບິນອາວະກາດ, ວິທະຍາສາດເຕັກໂນໂລຢີ, ບໍ່ແຮ່ທີ່ຈຳເປັນຍິ່ງ… ເຊິ່ງເປັນການສະແດງ ໃຫ້ຂອບຂະໜາດການຮ່ວມມືຮອບດ້ານລະຫວ່າງສອງປະເທດຢ່າງມີຊີວິດຊີວາ
ແລະກໍ່ໃນວັນທີ 10 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ປາຣີ, ຝລັ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີບົດກ່າວຄຳເຫັນສຳຄັນ, ເປີດວາລະປຶກສາຫາລືຫົວເລື່ອງຂັ້ນສູງກ່ຽວກັບການ "ສ້າງພື້ນທີ່ອາວະກາດໃໝ່ເພື່ອໂລກທີ່ປ່ຽນແປງຢ່າງວ່ອງໄວ” ໃນຂອບເຂດກອງປະຊຸມສຸດຍອດສາກົນກ່ຽວກັບອາວະກາດຢູ່ ປາຣີ. ທີ່ກອງປະຊຸມ, ທ່ານ ໂຕເລິມ ຍົກໃຫ້ເຫັນ 5 ຫຼັກການໃນການຄຸ້ມຄອງບໍລິຫານຫຼາຍຝ່າຍຕໍ່ພື້ນທີ່ອາວະກາດ, ຮຽກຮ້ອງບໍ່ນາບຂູ່ ແລະ ນຳໃຊ້ອາວຸດ, ຖືມະນຸດ ແລະ ໂລກເປັນໃຈກາງ, ພ້ອມທັງກຽມພ້ອມເປັນຂົວເຊື່ອມຕໍ່ໃຫ້ແກ່ ອາຊີຕາເວັນອອກສ່ຽງໃຕ້ ໃນການຮ່ວມມືສາກົນ ກ່ຽວກັບອາວະກາດ.






