• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິຫານບູຊາປະທານ ໂຮ່ຈີມິນ ຢູ່ ຈ່າວິງ ຕ້ອນຮັບແຂກມາໄຫວ້ອາໄລເປັນຈຳນວນຫຼວງຫຼາຍ


ວິຫານບູຊາປະທານ ໂຮ່ຈີມິນ ຢູ່ ຈ່າວິງ ຕ້ອນຮັບ
ແຂກມາໄຫວ້ອາໄລເປັນຈຳນວນຫຼວງຫຼາຍ


      ຕາມ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ​ວິຫານ​ບູຊາ​ປະທານ ​ໂຮ່ຈີ​ມິນ ​ແຂວງ ຈ່າ​ວິ​ງ ​ແລ້ວ, ​ໃນ​ວັນ​ທີ 28 ​ແລະ 29/1 (ໝາຍ​ເຖິງ​ວັນ​ທີ 1 ​ແລະ ທີ 2 ຂອງ​ບຸນ​ເຕັດ), ມີ​ແຂກ​ມາ​ທ່ຽວ​ຊົມ ​ແລະ ​ໄຫວ້ອາ​ໄລ​ປະທານ ​ໂຮ່ຈີ​ມິນ ຢູ່​ເຂດ​ປູຊະນີຍະສະຖານ​ນີ້​ປະມານ 2.000 ​ເທື່ອ​ຄົນ. ຖ້າ​ຫາກ​ວ່າ​ໃນ​ຊຸມ​ປີ ກ່ອນ​ແຂກ​ມາ​ແຫ່ງ​ນີ້​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່ ສ່ວນ​ຫຼາຍ​ແມ່ນ​ຊາວ​ທ້ອງ​ຖີ່​ນ, ​ແຕ່​ໃນ​​ໂອກາດ​ບຸນ​ເຕັດປີ​ນີ້, ຈຳນວນ​​ແຂກ​ມາ​ຈາກ​ແຂວງ​ອື່ນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ.
        ​ເຂດ​ປູຊະນີຍະສະຖານ​ວິຫານ​ບູຊາ​ປະທານ ​ໂຮ່ຈີ​ມິນ ​ແຂວງ ຈ່າ​ວິ​ງ ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ປະຫວັດສາ​ດ - ວັດທະນະທຳ​ລະດັບ​ຊາດ​ເມື່ອ​ປີ 1989. ນີ້​ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ປະທານ ​ໂຮ່ຈີ​ມິນ ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ອຸດົມ​ຄະຕິ​ຂອງ​ປະຊາຊົນທາງ​ທິດຕາ​ເວັນ​ຕົກ​ພາກ​​ໃຕ້ອີກ​ດ້ວຍ.
(ແຫຼ່ງຄັດຈາກ VOV)
 

ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ໜຶ່ງ​ໃນ​ບັນ​ດາ​ທິດ​ເດີນ​ໂດຍ​ນະ​ຄອນ​ກຳ​ນົດ​ແມ່ນ​ສ້າງ​ສູນ​ການ​ເງິນ​ທາງ​ທະ​ເລ ສາ​ກົນ ແລະ ວາ​ງ​ເປົ້າ​ໝາຍ​ດຶງ​ດູດ​ປະ​ມານ 30% ມູນ​ຄ່າ​ທຸລະກຳ​ກາ​ນ​ເງິນ​ທາງ​ທະ​ເລ​ກັບ​ເຂົ້າມາ ຫວຽດ​ນາມ ພາຍໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ, ປະ​ມານ 300 ຕື້ USD ຕໍ່​ປີ.

Top