• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ 9 ແຫ່ງຂອງ ຫວຽດນາມ ໄດ້ຮັບລາງວັນຫຼັກການມອບສິດໃຫ້ແກ່ແມ່ຍິງ ໃນອາຊີ - ປາຊີຟິກ

      ວັນທີ 26 ພະຈິກ, ວິສາຫະກິດ 9 ແຫ່ງຂອງ ຫວຽດນາມ ໄດ້ຮັບລາງວັນຫຼັກການມອບສິດໃຫ້ແກ່ແມ່ຍິງ (WEPs) ລະດັບຊາດ, ໃນນັ້ນ ມີວິສາຫະກິດ 5 ແຫ່ງທີ່ໄດ້ຮັບລາງວັນສູງສູດ ຈະຕາງໜ້າໃຫ້ ຫວຽດນາມ ໄປເຂົ້າຮ່ວມການຮັບລາງວັນລະດັບພາກພື້ນ (ອາຊີ - ປາຊີຟິກ) ເຊິ່ງຈະດຳເນີນໃນເດືອນ ທັນວາ 2020 ຢູ່ ບາງກອກ, ປະເທດໄທ.

ທ່ານນາງ ຫງວຽນທິຕວຽດມິນ, ປະທານສະພານັກທຸລະກິດຍິງ ຫວຽດນາມ, ກ່າວຄຳເຫັນທີ່ພິທີມອບລາງວັນ (ພາບ: vov.vn)
      ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດໂຄງການເພີ່ມທະວີສິດອຳນາດດ້ານເສດຖະກິດຂອງແມ່ຍິງ ຢູ່ ອາຊີ ເຊິ່ງເອີ້ນຫຍໍ້ວ່າ WeEmpowerAsia ໂດຍອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ແລະ ສະຫະພາບເອີຣົບ  ຮ່ວມມືກັບ ສະພານັກທຸລະກິດຍິງ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງ ເພື່ອແນໃສ່ສົ່ງເສີມ, ຮັບຮູ້ ແລະ ເຊີດຊູບັນດາວິສາຫະກິດທີ່ໄດ້ໝູນໃຊ້ບັນດາຫຼັກການມອບສິດໃຫ້ແມ່ຍິງເຂົ້າໃນການປະຕິບັດກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ບ່ອນເຮັດວຽກໄດ້ເປັນຢ່າງດີ ແລະ ແຜ່ຂະຫຍາຍຂໍ້ລິເລີ່ມດັ່ງກ່າວອອກສູ່ປະຊາຄົມ ວິສາຫະກິດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top