• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ອາເມລິກາ ຢູ່ຫວຽດນາມ ໜູນຊ່ວຍຍົກສູງກຳລັງຄວາມສາມາດດ້ານການແພດຢູ່ ນະຄອນໂຮ່ຈີມິນ

      ຕອນບ່າຍວັນທີ 21 ກໍລະກົດ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຫະສະມາຄົມການຄ້າ ອາເມລິກາ ປະຈຳຫວຽດນາມ (AMCHAM ຫວຽດນາມ), ບໍລິສັດ Intel Products ຫວຽດນາມ ມອບລົດພະຍາບານ ແລະ ອຸປະກອນການແພດທີ່ມີມູນຄ່າ ກ່ວາ 2,2 ຕື້ຶ້ ດົງ ໃຫ້ແກ່ສູນສຸກເສີນ 115 ນະຄອນໂຮ່ຈີມິນ.

ພິທີມອບຮັບລົດພະຍາບານ (ພາບ: TTXVN) 
      ທີ່ພິທີ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ ໃນການຮ່ວມແຮງຮ່ວມໃຈ, ພ້ອມກັບນະຄອນໂຮ່ຈີມິນປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງ ອາເມລິກາ ແລະ ຫວຽດນາມ.
        ໂດຍຕາງໜ້າໃຫ້ແກ່ສະຖານກົງສູນໃຫຍ່ອາເມລິກາປະຈຳນະຄອນໂຮ່ຈີມິນ, ທ່ານນາງ Amy Bailey, ຮອງຫົວໜ້າຫ້ອງການການແພດ ແລະ ຄວບຄຸມພະຍາດ (CDC) ແລະ ອົງການພັດທະນາສາກົນ ອາເມລິກາ ປະຈຳນະຄອນໂຮ່ຈີມິນໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ພ້ອມທັງຢັ້ງຢືນຄວາມປາດຖະໜາຂອງອາເມລິກາໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາແລະ  ໝັ້ນແກ່ນກ່ວາເກົ່າ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top