• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສິນໃນນ້ຳ ອາເມລິກາ ເໜືອ 2023

ທ່ານເອກອັກຄະລັດຖະທູດ ຫວັງວ່າ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຕາງໜ້າກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ...
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢ້ຽມຢາມຮ້ານວາງສະແດງຂອງ ຫວຽດນາມ (ພາບ:Quang Huy/TTXVN)  

ວັນທີ 12 ມີນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດສິນໃນນ້ຳ ອາເມລິກາ ເໜືອ 2023 ຢູ່ສູນວາງສະແດງນະຄອນ Boston (ປະເທດ ອາເມລິກາ) ແລະ ພົບປະກັບຄະນະຜູ້ແທນວິສາຫະກິດສິນໃນນ້ຳ ຫວຽດນາມ ທີ່ເຂົ້າຮ່ວມງານຕະຫຼາດນັດ.

ທ່ານເອກອັກຄະລັດຖະທູດ ຫວັງວ່າ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຕາງໜ້າກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ປະຈຳ ອາເມລິກາ ເພື່ອປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃຫ້ສິນໃນນ້ຳ ຫວຽດນາມ ສືບຕໍ່ເພີ່ມອັດຕາສ່ວນກວມຢູ່ຕະຫຼາດ ອາເມລິກາ ໃຫ້ເປັນຢ່າງດີ. ໃນປີ 2022, ວົງເງິນສິນໃນນ້ຳສົ່ງອອກຂອງ ຫວຽດນາມ ບັນລຸ 11 ຕື້ USD, ເພີ່ມ 23% ເມື່ອທຽບໃສ່ປີ 2021. ອາເມລິກາ ແມ່ນຕະຫຼາດໃຫຍ່ທີ່ສຸດ ດ້ວຍ ຍອດວົງເງິນສົ່ງອອກບັນລຸ 20%

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top