• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງງານປະກວດສຽງເພງ ອາຊຽນ 2017

      ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967 -2017) ແລະ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV), VOV ຈະຈັດຕັ້ງງານປະກວດສຽງເພງ ອາຊຽນ. 
      ງານປະກວດໄດ້ຮັບການຈັດຕັ້ງແຕ່ວັນທີ 18 – 21 ສິງຫາ 2017 ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ 3 ປະເທດຖືກເຊີນແມ່ນ: ຈີນ, ສ. ເກົາຫຼີ, ຍີ່ປຸ່ນ. ຜ່ານດົນຕີ, ພົນລະເມືອງບັນດາປະເທດ ອາຊຽນ ແລະ ບັນດາປະເທດໃນໂລກ ມີຄວາມເຂົ້າໃຈຕື່ມກ່ຽວກັບພື້ນຖານວັດທະນະທຳທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍສີຂອງບັນດາປະເທດ ອາຊຽນ. ເປັນຄັ້ງທຳອິດ, ງານປະກວດເພງ Pop ສະຫງວນໃຫ້ນັກຮ້ອງໜຸ່ມວິຊາການ ອາຍຸແຕ່ 18 – 35 ຂອງ 10 ປະເທດ ອາຊຽນ ໂດຍ VOV ຈັດຕັ້ງຈະແມ່ນເຫດການວັດທະນະທຳລວມເພື່ອແນໃສ່ສ້າງຂົວຕໍ່ສັນຕິພາບ, ມິດຕະພາບ ພ້ອມກັນພັດທະນາລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ 3 ປະເທດບ້ານໃກ້ເຮືອນຄຽງ ຈີນ, ສ. ເກົາຫຼີ, ຍີ່ປຸ່່ນ.
        ນັກຮ້ອງຂອງ 10 ປະເທດ ອາຊຽນ ຈະເຂົ້າຮ່ວມຮອບຄັດເລືອກ ແລະ ຮອບຊິງຊະນະເລີດໃນວັນທີ 19 ແລະ 20 ສິງຫາ, ໄດ້ຖ່າຍທອດສົດໃນຊ່ອງໂທລະພາບ ແລະ ວິທະຍຸຂອງ VOV. ເວລາຈົດທະບຽນເຂົ້າຮ່ວມງານປະກວດເລີ່ມແຕ່ວັນທີ 1 ມິຖຸນາ ຫາວັນທີ 10 ກໍລະກົດ 2017. ເພື່ອຈົດທະບຽນເຂົ້າຮ່ວມງານປະກວດດັ່ງກ່າວ, ນັກຮ້ອງເຂົ້າຮ່ວມສາມາດຈົດທະບຽນໃນແວັບໄຊ www.aseansongcontest.com ຫຼື ສົ່ງ file  ອັດສຽງຂັບຮ້ອງ 2 ບົດເພງເຂົ້າຮ່ວມງານປະກວດພ້ອມກັບເນື້ອໃນບົດເພງຂຽນດ້ວຍພາສາ ອັງກິດ ແລະ ແບບຟອມຈົດທະບຽນເຖິງອີແມວ: aseansongcontest@gmail.com.
 (ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top