• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິທະຍາສາດ - ເຕັກໂນໂລຊີ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນແຫຼ່ງກຳລັງໜູນໃໝ່, ໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ພັດທະນາ

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນຄວາມສຳຄັນຂອງວິທະຍາສາດພື້ນຖານ ແລະ ການສຶກສາການເຕີບໂຕເສດຖະກິດສີຂຽວໃນການພັດທະນາປະເທດຊາດ ເພື່ອແນໃສ່ພັດທະນາແບບຍືນຍົງ, ປັບປຸງ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ:TTXVN)  

ຕອນບ່າຍວັນທີ 16 ກັນຍາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບບັນດາສາສະດາຈານ, ນັກວິທະຍາສາດສາກົນທີ່ເຂົ້າຮ່ວມກອງປະຊຸມສຳມະນາສາກົນ “ວິທະຍາສາດ, ຄຸນສົມບັດ ແລະ ການພັດທະນາມະນຸດ” ຢູ່ບິ່ງດິ້ງ, ໃນຂອບເຂດລາຍການ “ພົບປະ ຫວຽດນາມ” ຄັ້ງທີ 18. ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນຄວາມສຳຄັນຂອງວິທະຍາສາດພື້ນຖານ ແລະ ການສຶກສາການເຕີບໂຕເສດຖະກິດສີຂຽວໃນການພັດທະນາປະເທດຊາດ ເພື່ອແນໃສ່ພັດທະນາແບບຍືນຍົງ, ປັບປຸງ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຫວຽດນາມ ກ່ໍມີເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນເພື່ອກາຍເປັນແບບຢ່າງພັດທະນາແບບຍືນຍົງ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກ: ເນື້ອໃນສຳຄັນກ່ຽວກັບແນວທາງແຫ່ງການພັດທະນາຂອງ ຫວຽດນາມ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030, ວິໄສທັດຮອດປີ 2045 ໄດ້ຍົກສູງຄາດຫວັງ ຫວຽດນາມ ທີ່ໝັ້ນຄົງເຂັ້ມແຂງ ແລະ ກຳນົດ: ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄຸນຄ່າວັດທະນະທຳ, ກຳລັງແຮງຂອງປະຊາຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top