• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄັ້ງທີ 44 ຄະນະປະຈຳການສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຮັດວຽກ

ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ, ຄື: ກົດໝາຍວ່າດ້ວຍການປະມູນ; ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບພາກລັດ - ເອກະຊົນ
ທ່ານເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເລກວາງຕຸງ (ພາບ: quochoi.vn)

ໂດຍສືບຕໍ່ວາລະປະຊຸມຄັ້ງທີ 44 ຄະນະປະຈຳການສະພາແຫ່ງຊາດ ຫວຽດນາມ, ຕອນເຊົ້າວັນທີ 25 ເມສາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ, ຄື: ກົດໝາຍວ່າດ້ວຍການປະມູນ; ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບພາກລັດ - ເອກະຊົນ; ກົດໝາຍວ່າດ້ວຍພາສີອາກອນ; ກົດໝາຍວ່າດ້ວຍພາສີສົ່ງອອກ - ນຳເຂົ້າ; ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນພາກລັດ; ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນພາກລັດ (ໂຄງການ 1 ກົດໝາຍວ່າດ້ວຍການປັບປຸງ 7 ກົດໝາຍ).

ທ່ານເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເລກວາງຕຸງ, ຖືວ່າ:

“ພວກເຮົາຍົກອອກຫຼາຍເນື້ອໃນໃໝ່ ແລະ ຕ້ອງມີການກວດກາຢ່າງລະອຽດທີ່ສຸດ, ເມື່ອພວກເຮົາຜັນຂະຫຍາຍການປະຕິບັດຕ້ອງມີລັກສະນະເປັນໄປໄດ້ສູງ, ສະເໜີບັນດານະໂຍບາຍດັ່ງກ່າວນຳເຂົ້າກົດໝາຍກໍ່ຕ້ອງມີການຕີລາຄາ. ສຳລັບບັນດາເນື້ອໃນໃໝ່, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ເສດຖະກິດ, ສັງຄົມ, ຕາມຂ້າພະເຈົ້າແລ້ວ, ຕ້ອງຕີລາຄາຢ່າງອະອຽດລະອໍກ່ຽວກັບຜົນສະທ້ອນຂອງນະໂຍບາຍຕໍ່ບັນດາເປົ້າໝາຍຖືກຜົນສະທ້ອນໂດຍກົງຂອງນະໂຍບາຍ ເພື່ອຮັບປະກັນລັກສະນະເປັນໄປໄດ້, ບັນດາພື້ນຖານກົດໝາຍມີລັກສະນະສະຖຽນລະພາບ ເພື່ອໃຫ້ພວກເຮົາປຶກສາຫາລືປະກາດໃຊ້ບັນດາຂໍ້ກຳນົດດັ່ງກ່າວ”.

ໃນວາລະປະຊຸມຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການບໍ່ເກັບຄ່າຮຽນຂັ້ນອະນຸບານ, ຊັ້ນສາມັນພາກລັດ ແຕ່ສົກຮຽນ 2025 – 2026; ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການບຳລຸງສ້າງບັນດາຂະແໜງການ, ອາຊີບມີວິຊາສະເພາະໃນຂົງເຂດສິລະປະ…

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top