• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດຈະໄຂຂຶ້ນໃນວັນທີ 13 ພຶດສະພາ

ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນໃສ່ບົດລາຍງານຕິດຕາມການແກ້ໄຂ, ຕອບຂໍ້ສະເໜີແນະເຊິ່ງຜູ້ມີສິດເລືອກຕັ້ງສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ງແທັງເໝີນ (ພາບ: TTXVN)

ວາລະປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດຈະດຳເນີນໄປໃນເວລາ 3 ວັນ, ແຕ່ວັນທີ 13 – 15 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ງແທັງເໝີນ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ພັດປ່ຽນບໍລິຫານດ້ານເນື້ອໃນຂອງວາລະປະຊຸມ.

ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອັກຄີໄພ ແລະ ກູ້ໄພກູ້ຊີບ; ຮ່າງມະຕິທົດລອງການຈັດຮູບແບບອຳນາດການປົກຄອງເຂດຕົວເມືອງ ແລະ ກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ດ່ານັ້ງ ຈຳນວນໜຶ່ງ; ທົດລອງກ່ຽວກັບການເພີ່ມເຕີມກົນໄກ, ນະໂຍບາຍພິເສດສະເພາະພັດທະນາແຂວງ ເງະອານ ຈຳນວນໜຶ່ງ.

ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນໃສ່ບົດລາຍງານຕິດຕາມການແກ້ໄຂ, ຕອບຂໍ້ສະເໜີແນະເຊິ່ງຜູ້ມີສິດເລືອກຕັ້ງສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV; ພິຈາລະນາບົດລາຍງານວຽກງານຄົ້ນຄວ້າຂອງສະພາແຫ່ງຊາດເດືອນ ເມສາ 2024…

ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນຕໍ່ການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄາດວ່າຈະຈັດຂຶ້ນໃນວັນທີ 20 ພຶດສະພາ ແລະ ສະຫຼຸບກອງປະຊຸມວິສາມັນຄັ້ງທີ 7, ສະພາແຫ່ງຊາດຊຸດທີ XV ທີ່ໄດ້ຈັດຂຶ້ນວັນທີ 02 ພຶດສະພາ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top