• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ແມ່​ຍິງ​ສາ​ກົນ 8/3: ນັກ​ເຕະ​ຍິງ ຮ່​ວຽນ​ຍື ຕາງ​ໜ້າ​ຫວຽດ​ນາມ ແບ່ງ​ປັນ​ກັບ UNESCO

ຕາມຕົວເລກໂດຍ UNESCO ປະກາດ ມີຜູ້ຍິງ ແລະ ເດັກຍິງ 16,6 ລ້ານຄົນ ເຂົ້າຮ່ວມກິລາ ບານເຕະ ມີການຈັດຕັ້ງ ໃນປີ 2023, ເພີ່ມຂຶ້ນ 24% ເມື່ອທຽບໃສ່ກັບປີ 2019.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານທັ້ງ ແລະ ນັກເຕະຍິງ ຮ່ວຽນຍື (ພາບ: TTXVN)

ວັນທີ 8 ມີນາ, ເນື່ອງໃນໂອກາດວັນແມ່ຍິງສາກົນ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຈັດຕັ້ງການໂອ້ລົມສົນທະນາ “ນັກເຕະບານເພດຍິງ ຍິງເຂົ້າປະຕູ” ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ເພື່ອແນໃສ່ປຶກສາຫາລື ບັນດາສິ່ງທ້າທາຍ ທົ່ວໂລກ ແລະ ວິທີການສຳພັດການປ່ຽນແປງໃໝ່ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ພາຍໃນ ແລະ ຜ່ານກິລາບານເຕະ. ນັກເຕະຍິງ ຮ່ວຽນຍື ຕ້າງໜ້າໃຫ້ແກ່ ຫວຽດນາມ ແປ່ງປັນທີ່ການໂອ້ລົມສົນທະນາ. ຕາມຕົວເລກໂດຍ UNESCO ປະກາດ ມີຜູ້ຍິງ ແລະ ເດັກຍິງ 16,6 ລ້ານຄົນ ເຂົ້າຮ່ວມກິລາ ບານເຕະ ມີການຈັດຕັ້ງ ໃນປີ 2023, ເພີ່ມຂຶ້ນ 24% ເມື່ອທຽບໃສ່ກັບປີ 2019. ຍອດຈຳນວນສະໂມສອນ ເຕະບານເພດຍິງ ບັນລຸກ່ວາ 55.000 ແຫ່ງ, ສ່ວນຫຼາຍ (59%) ແມ່ນ ຢູ່ເອີລົບ. ແຕ່ວ່າອັດຕາສ່ວນຜູ້ຍິງແມ່ນ ກຳມະການ ແລະ ຄູ່ຝືກ ຍັງຢູ່ໃນລະດັບຕ່ຳ (ຄູຝືກພຽງແຕ່ 5% ແລະ ກຳມະການແມ່ນ 9%. ໂດຍຕາງໜ້າ ຫວຽດນາມ, ນັກເຕະ ຮ່ວຽນຍື ແບ່ງປັນວ່າ:

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຢາກເວົ້າເຖິງບັນດາຄວາມຫຍຸ້ງຍາກ ເຊິ່ງບານເຕະຍິງໄດ້ປະສົບ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ບານເຕະຍິງຈະໄດ້ປັບປຸງ ຢ່າງສົມບູນກ່ວາ ແລະ ພິເສດແມ່ນ ບານເຕະຍິງ ຫວຽດນາມ ຈະນັບມື້ນັບພັດທະນາ, ຊີວິດການເປັນຢູ່ຂອງນັກເຕະຍິງ ຈະດີກ່ວາ ແລະ ບານເຕະຍິງ ຫວຽດນາມ ຈະສືບຕໍ່ບືນຕົວຂຶ້ນອອກສູ່ໂລກ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top