• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ບຸນ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ນະ​ວັດ​ຕະ​ກຳ ແຂວງ ບິ່ງ​ດິ້ງ​ ປີ 2023

ວັນທີ 18 ມິຖຸນາ, ຢູ່ນະຄອນ ກຸຍເງິນ (ແຂວງບິ່ງດິ້ງ), ພະແນກວິທະຍາສາດ ແລະ ເຕັກໂນໂລຢີແຂວງ ບິ່ງດິ້ງ ໄດ້ຈັດພິທີໄຂວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳ ແຂວງ ບິ່ງດິ້ງ ຄັ້ງທີ IV.
  ພິທີໄຂວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳ ແຂວງ ບິ່ງດິ້ງ ຄັ້ງທີ IV (ພາບ: baobinhdinh.vn)  

ໃນວັນບຸນປີນີ້, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທີ່ເຂົ້າຮ່ວມ ໄດ້ແນະນຳ, ໂຄສະນາຜະລິດຕະພັນເລີ່ມຕົ້ນທຸລະກິດ, ວິທະຍາສາດເຕັກໂນໂລຢີ ພ້ອມກັບຫຼາຍຜະລິດຕະພັນທີ່ເປັນເອກະລັກຂອງແຂວງ; ແລກປ່ຽນປະສົບການ, ເຊື່ອມຕໍ່ນັກລົງທຶນ, ລູກຄ້າ ເພື່ອຊອກຫາຕະຫຼາດພັດທະນາຜະລິດຕະພັນ. ໃນວັນບຸນນີ້, ຍັງຈັດກອງປະຊຸມສຳມະນາ ຂຸດຄົ້ນກຳລັງບົ່ມຊ້ອນເລີ່ມຕົ້ນທຸລະກິດພາກກາງ ຫວຽດນາມ ອີກດ້ວຍ.

ເນື່ອງໃນໂອກາດນີ້, ພະແນກວິທະຍາສາດ ແລະ ເຕັກໂນໂລຢີແຂວງ ບິ່ງດິ້ງ ໄດ້ລົງນາມໃນລາຍການຮ່ວມມືຍຸດທະສາດລະບົບນິເວດເລີ່ມຕົ້ນທຸລະກິດ ກັບ ສູນຊ່ວຍເຫຼືອການເລີ່ມຕົ້ນທຸລະກິດແບບມີຫົວຄິດປະດິດສ້າງແຫ່ງຊາດ ແລະ ສູນກໍ່ສ້າງການເລີ່ມຕົ້ນທຸລະກິດ ແມ່ນ້ຳ ຮ່ານ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top