• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ບຸນ​ວັດ​ນະ​ທະ​ທຳ, ການ​ທ່ອງ​ທ່ຽວ​ນິງ​ທ້ວນ​ຢູ່ ດ່າ​ນັ້ງ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ດ່ານັ້ງ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນໄດ້ຈັດພິທີໄຂ “ວັນບຸນວັດນະທະທຳ, ການທ່ອງທ່ຽວ ນິງທ້ວນ ຢູ່ດ່ານັ້ງ ໃນປີ 2024” ດ້ວຍຫົວຂໍ້ “ນິງທ້ວນ - ເຂດດິນແດນເຕົ້າໂຮມບັນດາຄຸນຄ່າທີ່ແຕກຕ່າງ”.
ນ້ອງໆ ມີຄວາມຊົມຊອບ ເມື່ອໄດ້ຮັບຟັງບັນດາສຽງຂອງ ພິມຈາປີ ໂດຍນັກສິປິນແຂວງນິງທ້ວນສະແດງ (ພາບ: TTXVN)

ທີ່ພິທີ, ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ວັນບຸນວັດທະນະທຳ, ການທ່ອງທ່ຽວແຂວງ ນິງທ້ວນ ປີນີ້ ຖືກເລືອກເອົາເພື່ອຈັດຂຶ້ນຢູ່ນະຄອນດ່ານັ້ງ ເພື່ອສ້າງລະບົບມູນຄ່າທ່ອງທ່ຽວທີ່ເປັນຫຼາຍຮູບຫຼາຍແບບກ່ວາ, ດຶງດູດໃຈກ່ວາ, ເພີ່ມເຕີມເຊິ່ງກັນແລະກັນ ລະຫວ່າງ ດ່ານັ້ງ ກັບນິງທ້ວນ ແລະ ບັນດາທ້ອງຖິ່ນແຄມທະເລເຂດຕອນໃຕ້ພາກກາງ. ທ່ານຮ່າວັນຊຽວ ຮຽກຮ້ອງໃຫ້ບັນດາວິສາຫະກິດທ່ອງທ່ຽວ, ນັກລົງທຶນ, ບໍລິສັດການບິນ, ບໍລິສັດກຳປັ່ນທ່ອງທ່ຽວ ແລະ ບໍລິສັດໃຫຍ່ເສັ້ນທາງລົດໄຟ ຫວຽດນາມ ພ້ອມກັນເຂົ້າຮ່ວມ, ຮ່ວມສຳພັນຮ່ວມມືພັດທະນາບັນດາຜະລິດຕະພັນທ່ອງທ່ຽວເຊື່ອມຕໍ່ນິງທ້ວນກັບບັນດາສະຖານທີ່ຕ່າງໆ ໃນທົ່ວປະເທດຜ່ານດ່ານັ້ງ ເຊິ່ງແມ່ນສູນເຊື່ອມຕໍ່ຂອງພາກກາງ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top