• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ບຸນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ຕຸ​ລາ

ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຢູ່ ແຂວງ ດ້ຽນບຽນ, ປີ 2022 ດ້ວຍຫົວຂໍ້ “ນ້ຳໃຈໄມຕີຈິດມິດຕະພາບອັນອົບອຸ່ນ - ມຸ່ງໄປເຖິງອະນາຄົດ” ຈະດຳເນີນແຕ່ວັນທີ 1 – 3 ຕຸລາ ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ.

ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຢູ່ ແຂວງ ດ້ຽນບຽນ, ປີ 2022 ດ້ວຍຫົວຂໍ້ “ນ້ຳໃຈໄມຕີຈິດມິດຕະພາບອັນອົບອຸ່ນ - ມຸ່ງໄປເຖິງອະນາຄົດ” ຈະດຳເນີນແຕ່ວັນທີ 1 – 3 ຕຸລາ ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ.

   

ການຖະແຫຼງຂ່າວ ດຳເນີນໃນຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່າໂນ້ຍ

ລາຍການດັ່ງກ່າວ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ເປັນເຈົ້າພາບ, ສົມທົບກັບບັນດາແຂວງຊາຍແດນ ຫວຽດນາມ - ລາວ ຈັດຕັ້ງ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວ ເຊິ່ງດຳເນີນໃນຕອນເຊົ້າວັນທີ 22 ກັນຍາ ຢູ່ຮ່າໂນ້ຍ. ຕາມຄະນະຈັດຕັ້ງແລ້ວ, ວັນບຸນດັ່ງກ່າວ ມີການເຂົ້າຮ່ວມຂອງນັກສິລະປະກອນ, ນັກສິລະປິນ, ນັກສະແດງ, ນັກກິລາ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ 10 ແຂວງ ຂອງ ຫວຽດນາມ ແລະ 10 ກອງສະແດງສິລະປະມະຫາຊົນຂອງ ລາວ.  

ໃນວັນບຸນນີ້ ລວມມີກິດຈະກຳແນະນຳກ່ຽວກັບງານບຸນ, ວັດທະນະທຳ; ການປະກວດຊຸດອາພອນປະຈຳເຜົ່າ; ງານວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ຜົນງານທາງດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ; ງານມະໂຫລານສິລະປະວັນນະຄະດີມະຫາຊົນ; ງານວາງສະແດງ “ວັດທະນະທຳທີ່ເປັນເອກະລັກສະເພາະຢູ່ເຂດຊາຍແດນ ແລະ ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ”. ກອງປະຊຸມສິລະປະມະຫາຊົນຂອງສອງປະເທດຈະພົບປະແລກປ່ຽນ ແລະ ສະແດງຮັບໃຊ້ປະຊາຊົນ, ພະນັກງານ, ກຳລັງປະກອບອາວຸດໃນບໍລິເວນແຂວງ ດ້ຽນບຽນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top