• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ທີ 12 ມັງ​ກອນ, ຫວຽດ​ນາມ ​ທົດ​ລອງການ​ສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 Nanocovax ໂດ​​ສມີ​ປະ​ລິ​ມານສູງ​ສຸດ

ວັນທີ 12 ມັງກອນ, ວິທະຍາຄານເສນາຮັກ ສືບຕໍ່ທົດລອງການສັກວັກຊິນກັນພະຍາດໂຄວິດ - 19 Nanocovax ທີ່ມີປະລິມານ 75mcg ແກ່ຜູ້ສະໝັກ 3 ຄົນ.
ວັກຊິນກັນພະຍາດໂຄວິດ - 19 Nanocovax ທີ່ມີປະລິມານ 75mcg ຈະສັກໃຫ້ແກ່ຜູ້ສະໝັກ 3 ຄົນ

ນີ້ແມ່ນກຸ່ມຜູ້ສະໝັກ 20 ຄົນສຸດທ້າຍ ທີ່ເຂົ້າຮ່ວມການທົດລອງສັກວັກຊິນ ເພື່ອສຳຫຼວດເອົາປະລິມານທີ່ເໝາະສົມສຸດຕໍ່ 1 ໂດສ ຂອງວັກຊິນກັນພະຍາດໂຄວິດ - 19 Nanocovax ໄລຍະທີ 1.

        ໃນໄລຍະທີ 1, ວັກຊິນດັ່ງກ່າວ ໄດ້ສັກທົດລອງແກ່ຜູ້ສະໝັກ 60 ຄົນ ໃນເວລາ 4 ເດືອນ, ໂດຍໄດ້ແບ່ງອອກເປັນ 3 ກຸ່ມ, ລະອຽດແມ່ນ ກຸ່ມທີ 1 ສັກໂດສ 25mcg, ກຸ່ມທີ 2 ສັກໂດສ 50mcg ແລະ ກຸ່ມທີ 3 ສັກໂດສ 75mcg. ຄາດວ່າ ໃນທ້າຍປິ 2021, ຫວຽດນາມ ຈະມີຂໍ້ມູນຄົ້ນຄວ້າໃນເບື້ອງຕົ້ນຢ່າງພຽງພໍ ກ່ອນທີ່ຈະຕັດສິນໃຈຈຳໜ່າຍວັກຊິນໄປອອກສູ່ຊຸມຊົນ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top