ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະສະຫຼຸບ ກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ປະກອບຄຳເຫັນເບື້ອງຕົ້ນໃສ່ການກະກຽມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ.
ຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)
ກອງປະຊຸມ ຄັ້ງທີ 13 ຂອງ ຄະນະປະຈຳສະພາແຫ່ງຊາດຊຸດທີ XV ຈະໄຂຂຶ້ນໃນວັນທີ 11 ກໍລະກົດ ແລະ ຈະຈັດລົງໃນວັນທີ 12 ກໍລະກົດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ຈະເຂົ້າຮ່ວມ ແລະ ກ່າວປາໄສໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດພັດປ່ຽນກັນບໍລິຫານກອງປະຊຸມປະຊຸມ.
ກ່ຽວກັບວຽກງານສ້າງກົດໝາຍ, ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາຮ່າງມະຕິວ່າດ້ວຍພັນທະ, ໜ້າທີ່, ສິດອຳນາດ ແລະ ໂຄງສ້າງການຈັດຕັ້ງຂອງຄະນະວຽກງານສະມາຊິກສະພາແຫ່ງຊາດ.
ສຳລັບບັນດາບັນຫາເສດຖະກິດ - ສັງຄົມ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ຕົກລົງແຜນນະໂຍບາຍຫັນຈຸດປະສົງນຳໃຊ້ປ່າ, ເນື້ອທີ່ດິນປ່າ ແລະ ດິນ ປູກເຂົ້າແຕ່ສອງລະດູຂຶ້ນໄປຂອງ ໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທິດຕາເວັນອອກ ໄລຍະ 2021 – 2025; ປະກອບຄຳເຫັນກ່ຽວກັບບົດລາຍງານໝາກຜົນການສຳຫຼວດຄວາມຄືບໜ້າໃນການກໍສ້າງເສັ້ນທາງ ສາຍພູຫຼວງເບື້ອງຕາເວັນອອກ.
ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະສະຫຼຸບ ກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ປະກອບຄຳເຫັນເບື້ອງຕົ້ນໃສ່ການກະກຽມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)