• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນອາທິດ: “ການບໍລິຈາກເລືອດກູ້ເອົາຊີວິດເພື່ອນແລະຂ້ອຍ”

      ການເຄື່ອນໄຫວ ວັນອາທິດ ກູ້ເອົາຊີວິດເພື່ອແລະ ຂ້ອຍໄດ້ດຳເນີນໃນຕອນເຊົ້າວັນທີ 6 ມັງກອນ ຢູ່ ຮ່າໂນ້ຍ. ມີນັກສຶກສາຫລາຍຄົນໄດ້ມາແຕ່ເຊົ້າເພື່ອເຂົ້າຮ່ວມການເຄື່ອນໄຫວ. ນາງ ໂດ໋ເຟືອງຖາວ ນັກສຶກສາມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແບ່ງປັນວ່າ:
ສິ່ງທີ່ມີປະໂຫຍດພວກເຮົາຄວນເຮັດໃນທຸກບ່ອນທຸກເວລາ ເພື່ອຊ່ວຍວົງຄະນາຍາດ. ນີ້ແມ່ນຄັ້ງທີ 2 ນ້ອງເຂົ້າຮ່ວມການເຄື່ອນໄຫວບໍລິຈາກເລືອດ. ນ້ອງຢາກໃຫ້ທຸກຄົນປະຕິບັດວຽກງານອັນສູງສົ່ງນີ້.
 ກ່າວຄຳເຫັນທີ່ພິທີ, ທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດຫວຽດນາມ ເນັ້ນຫນັກວ່າ
ການບໍລິຈາກເລືອດແມ່ນການກະທຳອັນສູງສົ່ງ. ຂ້າພະເຈົ້າປາດຖະຫນາວ່າ ບັນດາການນຳ, ນັກຄຸ້ມຄອງ, ທ້ອງຖິ່ນຕ່າງໆ, ອົງການ, ວິສາຫະກິດ, ໂຮງຮຽນ ຍາມໃດກໍ່ພ້ອມແລ້ວແບ່ງເບົາຄວາມຫຍຸ້ງຍາກກັບຄົນເຈັບ ພິເສດ ແມ່ນຜູ້ຕ້ອງການສົ່ງເລືອດ.
ໂດຍເລີ່ມຕົ້ນແຕ່ວັນທີ 19 ທັນວາປີ 2018,  ມາຮອດປະຈຸບັນ ການເຄື່ອນໄຫວດັ່ງກ່າວໄດ້ຈັດຕັ້ງເກືອບ 70 ຄັ້ງ ແລະ ຮັບເລືອດບໍລິຈາກໄດ້ປະມານ 3000 ຖົງ. ຄາດວ່າ ສິ້ນສຸດການເຄື່ອນໄຫວໃນວັນທີ 28 ມັງກອນ ຈະໄດ້ຮັບເລືອດບໍລິຈາກປະມານ 50.000 ຖົງ, ປະກອບສ່ວນແກ້ໄຂສະພາບຂາດແຄນເລືອດຊ່ວຍຄົນເຈັບໃນໂອກາດໃກ້ບຸນປີໃຫມ່ປະຈຳຊາດ 2019.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top