• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນເອກະລາດ ແລະ ບົດຮຽນກ່ຽວກັບຄຸນຄ່າຂອງເສລີພາບ

      ກ່ອນນີ້ 73 ປີ, ພາຍຫຼັງການລຸກຮື້ຂຶ້ນ ແຫ່ງການປະຕິວັດເດືອນ ສິງຫາ, ໃນວັນທີ 2 ກັນຍາ ປີ 1945, ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ຖະແຫຼງຕໍ່ພໍ່ແມ່ພີ່ນ້ອງຮ່ວມຊາດ ແລະ ໂລກ ກ່ຽວກັບປະເທດຫວຽດນາມ ທີ່ມີເອກະລາດ ເສລີພາບ. ໃນຈຸດເວລານັ້ນ, ທຸກໆຄົນກໍ່ໄດ້ຮູ້ສຶກມີຄວາມສຸກ ແລະ ສັກກາລະບູຊາ ຂະນະທີ່ປະເທດຊາດ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ເຊິ່ງເປັນຈຸດເວລາທີ່ໄດ້ຝັງເລິກ ໃນດວງໃຈຂອງປະຊາຊົນຜູ້ຫາກໍ່ຫຼຸດພົ້ນອອກຈາກ ຊາຕາກຳເປັນຂ້າທາດ ແລະ ໃນວັນທີ 2 ກັນຍາ ໄດ້ກາຍເປັນວັນບຸນໃຫ່ຍ ທີ່ມີຄວາມໝາຍ ຂອງຊາວຫວຽດນາມລຸ້ນຕ່າງໆ.

ປະທານ ໂຮ່ຈີມິນກ່າວຖະແຫຼງການປະກາດເອກະລາດ ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ
      “ຊາດໜຶ່ງທີ່ມີນ້ຳໃຈເດັດດ່ຽວ ຕ້ານຄືນແອກຄອບຄອງຂອງ ຝະລັງ ເປັນເວລາກວ່າ 80 ມານີ້, ຊາດໜຶ່ງທີ່ໄດ້ເດັດດ່ຽວຢືນຢູ່ ກັບຝ່າຍສຳພັນທະມິດ ຕໍ່ຕ້ານຟາດຊິດ ໃນສອງສາມປີມານີ້, ຊາດນັ້ນກໍ່ຕ້ອງມີເສລີພາບ; ຊາດນັ້ນກໍ່ຕ້ອງມີເອກະລາດ” ຄຳຖະແຫຼງຂອງປະທານ ໂຮ່ຈີມິນ ໄດ້ດັງກ້ອງກັງວານຂຶ້ນ ໃນບໍລິເວນສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ເມື່ອລະດູໃບໄມ້ຫຼົ່ນ ກ່ອນນີ້ 73  ປີ ອັນໄດ້ຝັງເລິກເຂົ້າໃນຄວາມຊົງຈຳ ແລະ ດວງໃຈຂອງຊາວຫວຽດນາມແຕ່ລະຄົນ, ເພາະວ່າ ນັບແຕ່ຈຸດເວລານັ້ນ, ຊາວຫວຽດນາມສາມາດເຫັນໄດ້ເຖິງທັງໝົດຄຸນຄ່າເປັນມະນຸດຂອງຕົນ, ຈາກບ່ອນຖືກຕົກເປັນຂ້າທາດ, ມາຮອດປັດຈຸບັນ ໄດ້ກາຍເປັນພົນລະເມືອງຂອງປະເທດທີ່ມີເອກະລາດ, ເສລີພາບ.
    ນ້ຳໃຈອະມະຕະຂອງຖະແຫຼງການ ປະກາດເອກະລາດ.
      ຖະແຫຼງການ ປະກາດເອກະລາດ ແມ່ນບົດວິລະນິພົນ ສ້າງບັນດາໜ້າປະຫວັດສາດທີ່ສະຫງ່າລາສີ, ເປັນຂີດໝາຍໄຊຊະນະ ຂອງໜຶ່ງສະຕະວັດ ທີ່ອົງອາດກ້າຫານ ຕ້ານຄືນພວກລ່າເມືອງຂຶ້ນ, ສັກດີນາ ແລະ ໄດ້ເປີດສັງກາດໃໝ່ ໃຫ້ແກ່ປະເທດຫວຽດນາມ, ຖະແຫຼງການປະກາດເອກະລາດ ບໍ່ພຽງແຕ່ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ລັດເອກະລາດທຳອິດໃນລະບົບຫົວເມືອງຂຶ້ນຂອງໂລກເທົ່ານັ້ນ, ຫາກຍັງບົ່ງບອກ ເຖິງການສ້າງຕັ້ງລະບອບສັງຄົມໃໝ່, ອຳນາດການປົກຄອງ ກຳມະກອນ-ຊາວນາທຳອິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນັບແຕ່ນີ້ເປັນຕົ້ນໄປ, ໃນຖານະເປັນຜູ້ແມ່ນເຈົ້າຂອງປະເທດຊາດ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດ, ໄດ້ທຳການຕໍ່ສູ້ຢ່າງອົງອາດກ້າແກ່ນ ເພື່ອຕ້ານລັດທິຈັກກະພັດ ແລະ ລະບອບສັກດີນາ. ສາດສະດາຈານ ປອ ຟານຊວນເຊີນ ກຳມະການສະພາທິດສະດີ ສູນກາງພັກໄດ້ຖືວ່າ, ໄຊຊະນະຂອງການປະຕິວັດເດືອນ ສິງຫາປີ 1945 ກໍ່ຍ້ອນມີພັກກອມມູນິດຫວຽດນາມທີ່ມີຍຸດໂທບາຍຢ່າງຖືກຕ້ອງ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງທົ່ວປວງຊົນ. ທ່ານກ່າວວ່າ:
      “ຄາວນັ້ນພັກໄດ້ນຳພາ, ພວກເຮົາໄດ້ຢືນຢູ່ກັບ ຝ່າຍສຳພັນທະມິດ, ນັ້ນແມ່ນຝ່າຍປະຊາທິປະທິປະໄຕ ຕໍ່ຕ້ານຟາດຊິດ ເພື່ອຍາດເອົາໄຊຊະນະ ແລະ ນັ້ນແມ່ນສະເໜີຕົ້ນສະເໝີປາຍ. ພວກເຮົາໄດ້ສະແດງໃຫ້ເຫັນແຈ້ງ ທ່າທີແມ່ນມີແຕ່ຮ່ວມມື ແລະ ຮ່ວມງານກັບຝ່າຍສຳພັນທະມິດເທົ່ານັ້ນ. ຢູ່ພາຍໃນ, ພວກເຮົາໄດ້ປຸກລະດົມ ກຳລັງແຮງຂອງປວງຊົນ ໂດຍບໍ່ຈຳແນກຊົນຊັ້ນ, ສາສະໜາ, ຊົນຊາດຊົນເຜົ່າ”.
     ຈຸດເວລານັ້ນ, ທຸກໆຄົນຮູ້ສຶກມີຄວາມຜາສຸກ ແລະ  ສັກກາລະບູຊາ ຂະນະທີ່ປະເທດຊາດ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ແລະ ວັນທີ 2 ກັນຍາ ໄດ້ກາຍເປັນວັນບຸນ ທີ່ມີຄວາມໝາຍ ຂອງຊາວຫວຽດນາມລຸ້ນຕ່າງໆ.
    ຄຸນຄ່າຂອງເອກະລາດ, ເສລີພາບ.
   ບັນດາຕົວພະຍານທີ່ໄດ້ຮັບກຽດເຂົ້າຮ່ວມ, ໄດ້ເຫັນປະຈັກຕາ ບັນຍາກາດໃນວັນບຸນເອກະລາດ ທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ມາຮອດປັດຈຸບັນ ເຂົາເຈົ້າໄດ້ມີອາຍຸສູງແລ້ວ ແລະ ສຸຂະພາບກໍ່ບໍ່ແຂງແຮງ. ເຖິງແນວນັ້ນກໍ່ຕາມ, ເມື່ອເວົ້າເຖິງຈຸດເວລາ ທີ່ສັກກາລະບູຊານັ້ນ, ໃຜໆກໍ່ມີຄວາມສຸກ ຢ່າງປ່ຽງລົ້ນ ດ້ວຍຄວາມຊົງຈຳ ທີ່ບໍ່ອາດຫຼົງລືມໄດ້. ພົນຕີ ຟ້າມຮົ່ງກື, ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເລົ່າສູ່ຟັງວ່າ: ພາຍຫຼັງປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການ ປະກາດເອກະລາດ, ທ່ານ ແລະ ປະຊາຊົນນັບແສນຄົນ ໄດ້ພ້ອມກັນຍົກມື ໃຫ້ຄຳປະຕິຍານຕົວວ່າ “ປົກປັກຮັກສາພື້ນຖານເອກະລາດ, ອຳນາດອະທິປະໄຕຂອງປະເທດຊາດ”. ທ່ານກ່າວວ່າ:
     “ພາຍຫຼັງທີ່ຄະນະຈັດຕັ້ງ ໄດ້ກ່າວຄຳປະຕິຍານຕົວແລ້ວ, ປະຊາຊົນນັບແສນໆຄົນ ໄດ້ຍົກມືກ່າວຄຳປະຕິຍານຕົວທີ່ດັງກ້ອງສະໜັ່ນທົ່ວຂອບຟ້າ. ຂ້າພະເຈົ້າກໍໍ່ໄດ້ຍົກມື ກ່າວຄຳປະຕິຍານຕົວ, ແຕ່ນ້ຳຕາໄດ້ຫຼັ່ງອອກ. ເບິ່ງຢູ່ອ້ອມແອ້ມ, ໝູ່ເພື່ອນຂ້າພະເຈົ້າກໍ່ລ້ວນແຕ່ ເຊັດນ້ຳຕາ. ໄລຍະຕໍ່ມາ ຂ້າພະເຈົ້າຈຶ່ງສາມາດເຂົ້າໃຈວ່າ ນັ້ນແມ່ນຄວາມຜາສຸກຢ່າງລົ້ນເຫຼືອ ເພາະວ່າກ່ອນນີ້ສອງສາມວັນ, ປະຊາຊົນໄດ້ຖຶກສູນເສຍປະເທດຊາດ ແລະ ຖືກຕົກເປັນຂ້າທາດ, ແຕ່ໃນວັນນີ້ໄດ້ກາຍເປັນ ພົນລະເມືອງຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ມີເອກະລາດ”.
    ສ່ວນພັນເອກ ຫງວຽນຈ້ອງຮ່າມ ອະດີດຮອງເສນາທິການໃຫ່ຍກຳລັງທະຫານເຂດນະຄອນຫຼວງ, ຄາວນັ້ນແມ່ນຜູ້ປ້ອງກັນ ກຳແພງຮ່າໂນ້ຍ ໃຫ້ຮູ້ວ່າ: 
     “ຄວາມປະທັບໃຈ ແມ່ນຢູ່ບ່ອນວ່າ ພາຍຫຼັງທີ່ໄດ້ດຳລົງຊີວິດຢູ່ໃຕ້ສາມລະບອບທີ່ແຕກຕ່າງກັນ, ປັດຈຸບັນ ພື້ນຖານເອກະລາດ ໄດ້ມາສູ່ປະຊາຊົນ ດ້ວຍບັນດາໝາກຜົນສືບຕໍ່ໝາກຜົນ, ຂ້າພະເຈົ້າເຫັນວ່າ ມັນຍິ່ງໃຫ່ຍແທ້. ວັນບຸນເອກະລາດໃນປີນັ້ນ, ເມື່ອອອກສູ່ຖະໜົນຫົນທາງ, ບໍ່ສະເພາະແຕ່ຂ້າພະເຈົ້າ ມີຄວາມເບີກບານມ່ວນຊື່ນເທົ່ານັ້ນ, ຫາກທຸກໆຄົນກໍ່ເບີກບານໃຈ, ເມື່ອພົບກັນກໍ່ຍິ້ມແຍ້ມແຈ່ມໃສ ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີ”
     ດ້ວຍບັນດາຄຸນຄ່າເອກະລາດ, ເສລີພາບ, ຄວາມຜາສຸກ ທີ່ທັງຊາດໄດ້ເສຍສະຫຼະເລືອດເນື້ອ ເພື່ອປົກປັກຮັກສານັ້ນ, ວັນບຸນເອກະລາດ ຈະແມ່ນຄວາມເອກອ້າງທະນົງໃຈ, ແມ່ນອຸດົມການ ຂອງລຸ້ນຄົນປັດຈຸບັນ ແລະ ໃນອະນາຄົດ
 (ແຫຼ່ງຄັດຈາກ VOV)
 

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top