ຂໍ້ຕົກລົງຊີ້ແຈ້ງທັດສະນະແມ່ນເປີດບັ້ນຈຸດສຸມ, ເດັດດ່ຽວແກ້ໄຂບັນດາການກະທຳລະເມີດຂໍ້ກຳນົດກ່ຽວກັບ IUU ຢ່າງເຖິງຖອງ
ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ “ແຜນການກະທຳເດືອນຈຸດສຸມຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແລະ ການພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ”.
ຂໍ້ຕົກລົງຊີ້ແຈ້ງທັດສະນະແມ່ນເປີດບັ້ນຈຸດສຸມ, ເດັດດ່ຽວແກ້ໄຂບັນດາການກະທຳລະເມີດຂໍ້ກຳນົດກ່ຽວກັບ IUU ຢ່າງເຖິງຖອງ; ສະກັດກັ້ນ, ບໍ່ປະໃຫ້ເລື່ອງກຳປັ່ນລະເມີດການຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດເກີດຂຶ້ນຄືນອີກ. ເປົ້າໝາຍຂອງແຜນການແມ່ນສຸມໃສ່ແຫຼ່ງກຳລັງປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂຮີບດ່ວນ, ມີຈຸດສຸມເປັນຢ່າງສູງ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຂໍ້ຈຳກັດໃນການຕ້ານການຂຸດຄົ້ນ IUU ຢ່າງເຖິງຖອງ.
ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ຮອດວັນທີ 15 ພະຈິກ 2025 ຈະບໍ່ເກີດມີບັນດາເຫດລະເມີດການຂາດການຕິດຕໍ່ VMS ກວ່າ 6 ຊົ່ວໂມງ ທີ່ບໍ່ລາຍງານກັບເຂດດິນຕໍ່ແຜ່ນ, ຂາດການຕິດຕໍ່ກວ່າ 10 ວັນໂດຍບໍ່ນຳກຳປັ່ນເຂົ້າທຽບທ່າ, ອອກໄປກາຍເຂດທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນທາງທະເລ.
(ແຫຼ່ງຄັດຈາກ VOV)