• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນອາຫານການກິນແລະວັດທະນະທຳອາຊີປີ 2018

      ວັນທີ 27 ເມສາ ຢູ່ນະຄອນ ຮ້າລອງ, ແຂວງ ກວ໋າງນີງ ໄດ້ໄຂວັນບຸນອາຫານການກິນ ແລະ ວັດທະນະທຳ ອາຊີ ປີ 2018 (Mon Asian Food Festival- MAFF 2018) ດ້ວຍຫົວຂໍ້ “ຮ້າລອງມໍລະດົກ, ສິ່ງມະຫັດສະຈັນ- ຈຸດນັດພົບສະຫນິດສະຫນົມ”. 

ວັນບຸນອາຫານການກິນ ອາຊີປີ 2018
      ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນປີທ່ອງທ່ຽວແຫ່ງຊາດ 2018- ຮ້າລອງ- ກວ໋າງນີງ
        ໃນມື້ທຳອິດເປີດປະຕູ, ປະຊາຊົນ ແລະ ນັກທ່ອງທ່ຽວມາເຂົ້າຮ່ວມວັນບຸນເປັນຈຳນວນຫລວງຫລາຍ ແລະ ໄດ້ຊົມຫລາຍລາຍການສິລະປະທີ່ເປັນເອກະລັກສະເພາະຄື: ຟ້ອນພື້ນເມືອງຂອງມຽນມາ, ສິລະປະການປຸງແຕ່ງອາຫານໂດຍບັນດາພໍ່ຄົວຢູ່ພາຍໃນ ແລະ ຕ່າງປະເທດປະຕິບັດ, ລາຍການຮ້ອງລຳທຳເພງທີ່ຈັບອົກຈັບໃຈ.  ເອື້ອຍ ຟ້າມທິຮ່ວຽນຈາງ, ນັກທ່ອງທ່ຽວເຂົ້າຮ່ວມເຫດການດັ່ງກ່າວແບ່ງປັນວ່າ:
        “ນີ້ເປັນຄັ້ງທຳອິດ ຂ້າພະເຈົ້າມາຊົມງານຕະຫລາດນັດກ່ຽວກັບອາຫານການກິນ ແລະ ວັດທະນະທຳໃຫຍ່ຄືແນວນີ້ ແລະ ໄດ້ເຫັນປະຈັກຕາບັນດາພໍ່ຄົວແນະນຳວິທີປຸງແຕ່ງບັນດາເຍື່ອງອາຫານທີ່ແຊບນົວ, ຂ້າພະເຈົ້າມີຄວາມຮູ້ຕື່ມອີກກ່ຽວກັບອາຫານການກິນ. ຫວັງວ່າ ຈະມີຫລາຍເຫດການກ່ຽວກັບອາຫານການກິນ, ວັດທະນະທຳຄືແນວນີ້ອີກ.”
 (ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top