ຂ່າວສານ

ວັນບຸນອາຫານການກິນແລະວັດທະນະທຳອາຊີປີ 2018

      ວັນທີ 27 ເມສາ ຢູ່ນະຄອນ ຮ້າລອງ, ແຂວງ ກວ໋າງນີງ ໄດ້ໄຂວັນບຸນອາຫານການກິນ ແລະ ວັດທະນະທຳ ອາຊີ ປີ 2018 (Mon Asian Food Festival- MAFF 2018) ດ້ວຍຫົວຂໍ້ “ຮ້າລອງມໍລະດົກ, ສິ່ງມະຫັດສະຈັນ- ຈຸດນັດພົບສະຫນິດສະຫນົມ”. 

ວັນບຸນອາຫານການກິນ ອາຊີປີ 2018
      ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນປີທ່ອງທ່ຽວແຫ່ງຊາດ 2018- ຮ້າລອງ- ກວ໋າງນີງ
        ໃນມື້ທຳອິດເປີດປະຕູ, ປະຊາຊົນ ແລະ ນັກທ່ອງທ່ຽວມາເຂົ້າຮ່ວມວັນບຸນເປັນຈຳນວນຫລວງຫລາຍ ແລະ ໄດ້ຊົມຫລາຍລາຍການສິລະປະທີ່ເປັນເອກະລັກສະເພາະຄື: ຟ້ອນພື້ນເມືອງຂອງມຽນມາ, ສິລະປະການປຸງແຕ່ງອາຫານໂດຍບັນດາພໍ່ຄົວຢູ່ພາຍໃນ ແລະ ຕ່າງປະເທດປະຕິບັດ, ລາຍການຮ້ອງລຳທຳເພງທີ່ຈັບອົກຈັບໃຈ.  ເອື້ອຍ ຟ້າມທິຮ່ວຽນຈາງ, ນັກທ່ອງທ່ຽວເຂົ້າຮ່ວມເຫດການດັ່ງກ່າວແບ່ງປັນວ່າ:
        ນີ້ເປັນຄັ້ງທຳອິດ ຂ້າພະເຈົ້າມາຊົມງານຕະຫລາດນັດກ່ຽວກັບອາຫານການກິນ ແລະ ວັດທະນະທຳໃຫຍ່ຄືແນວນີ້ ແລະ ໄດ້ເຫັນປະຈັກຕາບັນດາພໍ່ຄົວແນະນຳວິທີປຸງແຕ່ງບັນດາເຍື່ອງອາຫານທີ່ແຊບນົວ, ຂ້າພະເຈົ້າມີຄວາມຮູ້ຕື່ມອີກກ່ຽວກັບອາຫານການກິນ. ຫວັງວ່າ ຈະມີຫລາຍເຫດການກ່ຽວກັບອາຫານການກິນ, ວັດທະນະທຳຄືແນວນີ້ອີກ.
 (ແຫຼ່ງຄັດຈາກ VOV)


top