• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນວິສາຂະບູຊາ Vesak 2019: ເຮັດໃຫ້ລັກສະນະສະຫຼາດສ່ອງໄສແລະດີເລີດຂອງຄຸນສົມບັດພຸດທະສາສະໜາເລິກເຊິ່ງກວ່າ

      ໃນຂອບເຂດວັນບຸນວິສາຂະບູຊາສະຫະປະຊາຊາດ Vesak 2019, ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ, ແຂວງຮ່ານາມ, ໄດ້ດຳເນີນກອງປະຊຸມສຳມະນາສາກົນ ດ້ວຍຫົວຂໍ້ວ່າ ວິທີສຳພັດຂອງພຸດທະສາສະໜາ ກ່ຽວກັບການນຳພາທົ່ວໂລກ ແລະ ໜ້າທີ່ຄວາມຮັບຜິດຊອບແບ່ງປັ່ນເພື່ອສັງຄົມຍືນຍົງ”.

(ພາບປະກອບ: phatgiao.org.vn)
      ຢູ່ທີ່ນີ້, ປະຊາຄົມພຸດທະສາສະໜາໂລກ ໄດ້ຍົກອອກບັນດາມາດຕະການແກ້ໄຂພື້ນຖານທີ່ສຸດ, ໂດຍເລີ່ມມາຈາກຈິດໃຈຂອງມະນຸດ ເພື່ອປະຕິບັດສຳເລັດເປົ້າໝາຍໂຄງການດຳເນີນງານພັດທະນາແບບຍືນຍົງທົ່ວໂລກ ເຊິ່ງສະຫະປະຊາຊາດມຸ່ງໄປເຖິງ. ພະມະຫາອາຈານ Dorji Dukpa, ມາຈາກ ບູຖານ, ຖືວ່າ.
        “ອາດຕະມາຄິດວ່າ, ຫົວຂໍ້ກ່ຽວກັບພຸດທະສາສະໜາ ດ້ວຍຄວາມຮັບຜິດຊອບພ້ອມກັນແບ່ງປັນເພື່ອການພັດທະນາແບບຍືນຍົງ ແມ່ນເໝາະສົມທີ່ສຸດໃນຈຸດເວລານີ້ ຍ້ອນພວກເຮົາພວມນຳໃຊ້ທຸກສິ່ງທຸກຢ່າງ ຢ່າງຟຸ້ມເຟືອຍ ແລະ ພວກເຮົາບໍ່ສ້າງໄວ້ສິ່ງໃດໃຫ້ອະນາຄົດ. ດ້ວຍຫົວຂໍ້ດັ່ງກ່າວ, ອາດຕະມາຖືວ່າ ນັ້ນແມ່ນຫົວຂໍ້ທີ່ໜ້າສົນໃຈທີ່ສະຫງວນໃຫ້ລຸ້ນຄົນໃນອະນາຄົດຂອງພວກເຮົາ”.
        ທີ່ກອງປະຊຸມປຶກສາຫາລື 5 ຄັ້ງ, ຜູ້ແທນພຸດທະສາສະໜາທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ໄຈ້ແຍກຫຼັກຄຳສອນຂອງພຸດທະສາສະໜາ, ກຳນົດທິດໃຫ້ມວນມະນຸດກ້າວໄປເຖິງສັນຕິພາບ, ຫຼີ້ກລ້ຽງປະທະກັນ, ພ້ອມກັນມີການກະທຳເພື່ອມຸ່ງໄປເຖິງສັງຄົມດີງາມກວ່າ, ໂລກຍືນຍົງກວ່າ. ກ່ຽວຂ້ອງເຖິງຫົວຂໍ້ “ວິທີສຳພັດຂອງພຸດທະສາສະໜາກ່ຽວກັບການນຳໃຊ້ຢ່າງມີຄວາມຮັບຜິດຊອບ ແລະ ການພັດທະນາແບບຍືນຍົງ”. ພະມະຫາອາຈານ Rev Myozan Kodo, ມາຈາກ ອຽກລັງ, ຖືວ່າ.
        “ຫົວຂໍ້ຂອງການຄົ້ນຄວ້າແມ່ນສຳຄັນທີ່ສຸດ: ຄວາມສາມາດຮັກສາແບບຍືນຍົງ. ມູນເຊື້ອພຸດທະສາສະໜາ ກໍຄືບົດຮຽນຂອງພະພຸດທະເຈົ້າ ຍົກອອກກາລະໂອກາດຫຼາຍຢ່າງຂອງໜ່ວຍພິພົບໃນໄລຍະປະຫວັດສາດນີ້. ຈຸດເວລາເຊິ່ງການພັດທະນາແບບຍືນຍົງ ແລະ ຄວາມສາມາດຮັກສາຄວາມໝັ້ນຄົງນັ້ນ ແມ່ນພາຫະນະເພື່ອສາມາດມີຊີວິດຢູ່ລອດ ບໍ່ພຽງແຕ່ສຳລັບພຸດທະສາສະໜາເທົ່ານັ້ນ ຫາກທັງຂອງມວນມະນຸດອີກດ້ວຍ”.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນທາງກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ ​ໄປ​ປະ​ຕິ​ບັດ​ຢູ່ ອາ​ເມ​ລິ​ກາ ແລະ ບ​ຣາ​ຊິນ​ຢ່າງ​ຈົບ​ງາມ

ໃນ 8 ວັນຢູ່ ອາເມລິກາ ແລະ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ, ຕໍ່ເນື່ອງ ດ້ວຍ ກ່ວາ 70 ການເຄື່ອນໄຫວ ຢູ່ 5 ນະຄອນ

Top