ວັນທີ 31 ພຶດສະພາ (ກົງກັບວັນທີ 15 ເດືອນ 4 ໄລ່ຕາມຈັນທະປະຕິທິນ), ວັດ ເຟີດຕິກ, ທີ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດວັນບຸນວິສາຂະບູຊາ ພສ 2570. ເຂົ້າຮ່ວມພິທີມີຍົດຖາບັນດາຊັກ, ພະສົງສຳມະເນນ, ພຸດທະສາສະນິກະຊົນຂອງ ຫວຽດນາມ ແລະ ລາວ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິນເຕິມ; ຜູ້ຕາງໜ້າບັນດາອົງການອ້ອມຂ້າງສະຖານທູດ, ບັນດາສະມາຄົມຊາວ ຫວຽດນາມ ອາໄສຢູ່ ລາວ, ພ້ອມກັບພໍ່ແມ່ປະຊາຊົນ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນະຄອນຫຼວງ ວຽງຈັນ ເປັນຈຳນວນຫຼາຍ.
ມີຍົດຖາບັນດາຊັກ, ພະສົງສຳມະເນນ, ພຸດທະສາສະນິກະຊົນ ຫວຽດນາມ ແລະ ລາວ ໄດ້ດຳເນີນບັນດາພິທີທີ່ເປັນມູນເຊື້ອຕ້ອນຮັບວັນປະສູດຂອງພະພຸດທະເຈົ້າ, ສວດມົນພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນ 2 ປະເທດ ລາວ ແລະ ຫວຽດນາມ ກໍຄືປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ລາວ ໃຫ້ຢູ່ເຢັນເປັນສຸກ.
ເນື່ອງໃນໂອກາດນີ້, ວັດ ເຟີດຕິກ ພ້ອມກັບຜູ້ໃຈບຸນໃຈກູ້ຊົນໄດ້ມອບຂອງຂວັນ 200 ພູດໃຫ້ຄົນພິການ, ຜູ້ປະສົບປະກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ.






