ພາຍຫຼັງຈັດຂຶ້ນຢ່າງຟົດຟື້ນເປັນເວລາ 3 ວັນ, ຕອນຄ່ຳວັນທີ 28 ມິຖຸນາ, ຢູ່ບ້ານ ຟານຣາງ, ແຂວງ ແຄັງຮວ່າ, ວັນບຸນວັດທະນະທຳຊົນເຜົ່າ ຈຳ ຄັ້ງທີ 6 ປີ 2026 ໄດ້ອັດລົງ, ປິດບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ກິລາ, ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນຊາວເຜົ່າ ຈຳ ທີ່ມາຈາກ 7 ແຂວງນະຄອນໃນທົ່ວປະເທດ.
ວັນບຸນໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ ຈັດຂຶ້ນ, ໄດ້ເຕົ້າໂຮມນັກສິລະປິນ, ນັກສິລະປະການ, ນັກສະແດງ, ນັກກິລາມະຫາຊົນກວ່າ 1.000 ຄົນທີ່ມາຈາກຫຼາຍແຂວງ, ນະຄອນເຂົ້າຮ່ວມ. ບັນດາການເຄື່ອນໄຫວທີ່ໄດ້ຈັດຂຶ້ນຢ່າງອຸດົມສົມບູນ, ຄື: ງານມະໂຫລານສະແດງສິລະປະມະຫາຊົນ, ສະແດງຊຸດອາພອນທີ່ເປັນມູນເຊືອ, ການແຂ່ງຂັນກິລາພື້ນເມືອງ, ແນະນຳອາຊີບຫັດຖະກຳ, ຜະລິດຕະພັນວັດທະນະທຳ ແລະ ທ່ອງທ່ຽວ ປະກອບສ່ວນເຊີດຊູສີສັນວັດທະນະທຳ ຈຳ, ເພີ່ມທະວີການພົວພັນ ແລກປ່ຽນ, ສາມັກຄີລະຫວ່າງບັນດາທ້ອງຖິ່ນ.






