ຂ່າວສານ

ວັນບຸນວັດທະນະທຳ ຈຳ ແຜ່ກະຈາຍຄຸນຄ່າມໍລະດົກ, ເຊື່ອມຕໍ່ການພັດທະນາ

ບັນດາການເຄື່ອນໄຫວທີ່ໄດ້ຈັດຂຶ້ນຢ່າງອຸດົມສົມບູນ, ຄື: ງານມະໂຫລານສະແດງສິລະປະມະຫາຊົນ, ສະແດງຊຸດອາພອນທີ່ເປັນມູນເຊືອ, ການແຂ່ງຂັນກິລາພື້ນເມືອງ, ແນະນຳອາຊີບຫັດຖະກຳ
(ວັນບຸນໄດ້ເຕົ້າໂຮມນັກສິລະປິນ, ນັກສິລະປະການ, ນັກສະແດງ, ນັກກິລາມະຫາຊົນກວ່າ 1.000 ຄົນ)

ພາຍ​ຫຼັງ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ເປັນ​ເວ​ລາ 3 ວັນ, ຕອນ​ຄ່ຳ​ວັນ​ທີ 28 ມິ​ຖຸ​ນາ, ຢ​ູ່​ບ້ານ ຟານ​ຣາງ, ແຂວງ ແຄັງ​ຮ​ວ່າ, ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ຈຳ ຄັ້ງ​ທີ 6 ປີ 2026 ໄດ້​ອັດ​ລົງ, ປິດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ, ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່​າ ຈຳ ທີ່​ມາ​ຈາກ 7 ແຂວງ​ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

ວັນ​ບຸນ​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄັງ​ຮ​ວ່າ ຈັດ​ຂຶ້ນ, ໄດ້​ເຕົ້າ​ໂຮມ​ນັກ​ສິ​ລະ​ປິນ, ​ນັກ​ສິ​ລະ​ປະ​ການ, ນັກ​ສະ​ແດງ, ນັກ​ກິ​ລາມະ​ຫາ​ຊົນ​ກວ່າ 1.000 ຄົນ​ທີ່​ມາ​ຈາກ​ຫຼາຍ​ແຂວງ, ນະ​ຄອນເຂົ້າ​ຮ່ວມ. ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ຈັດ​ຂຶ້ນ​ຢ່າງ​ອຸ​ດົມ​ສົ​ມ​ບູນ, ຄື: ງານ​ມະ​ໂຫລານ​ສະ​ແດງ​ສິ​ລ​ະ​ປະ​ມ​ະ​ຫາ​ຊົນ, ສະ​ແດງ​ຊຸດ​ອາ​ພອນ​ທີ່​ເປັນ​ມູນ​ເຊືອ, ການ​ແຂ່ງ​ຂັນ​ກິ​ລາ​ພື້​ນ​ເມືອງ, ແນະ​ນຳ​ອາ​ຊີບ​ຫັດ​ຖະ​ກຳ, ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ປະ​ກອ​ບ​ສ່ວນ​ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳ ຈຳ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ ​ແລກ​ປ່ຽນ, ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖ​ິ່ນ.


top