• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນບັນດານັກອາສາສະໜັກ ອາຊຽນ ຄັ້ງທີໜຶ່ງດຳເນີນໄປຢ່າງຟົດຟື້ນ

ເຫດການແມ່ນຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວອາສາສະໝັກລະດູແລ້ງຂອງຊາວໜຸ່ມນະຄອນ ໂຮ່ຈີມິນ, ດ້ວຍການເຂົ້າຮ່ວມຂອງນັກສຶກສາ, ຊາວໜຸ່ມອາສາສະໝັກສາກົນ 200 ຄົນ.
ຜູ້ແທນ ແລະ ນັກອາສາສະໝັກ ອາຊຽນ ເຂົ້າຮ່ວມລາຍການ (ພາບ: thanhdoan.hochiminh)

ວັນບຸນບັນດານັກອາສາສະໝັກ ອາຊຽນ ຄັ້ງທີ 1, ດ້ວຍຫົວຂໍ້ “ເຊື່ອມຕໍ່ຫົວໃຈ, ແຜ່ຂະຫຍາຍການກະທຳຂ້າມຊາຍແດນ” ໄດ້ຈັດຂຶ້ນໃນວັນທີ 02 ສິງຫາ, ຢູ່ມະຫາວິທະຍາໄລການຄ້າ ຮາກຖານທີ 2 (ນະຄອນ ໂຮ່ຈີມິນ). ເຫດການແມ່ນຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວອາສາສະໝັກລະດູແລ້ງຂອງຊາວໜຸ່ມນະຄອນ ໂຮ່ຈີມິນ, ດ້ວຍການເຂົ້າຮ່ວມຂອງນັກສຶກສາ, ຊາວໜຸ່ມອາສາສະໝັກສາກົນ 200 ຄົນທີ່ມາຈາກ ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ໄທ ແລະ ອາເມລິກາ.

ໃນຂອບເຂດຂອງວັນບຸນ, ຍັງຈັດການໂອ້ລົມສົນທະນາ “Panel Discussion - Local Changemakers”. ນັກຊ່ຽວຊານມາຈາກບັນດາປະເທດ ອາຊຽນ ໄດ້ແລກປ່ຽນກ່ຽວກັບບົດບາດຂອງຊາວໜຸ່ມໃນກົນໄກການຮ່ວມມືພາກພື້ນ; ທ່າອ່ຽງອາສາສະໝັກ ຕິດພັນກັບຂົງເຂດສິ່ງແວດລ້ອມ, ວັດທະນະທຳ, ການສຶກສາ, ການຫັນເປັນດີຈີຕອນ ແລະ startup.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top