ຂ່າວສານ
ວັນທີ 21 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກປຶກສາຫາລືບັນດາເອກະສານກອງປະຊຸມໃຫຍ່
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 20 ມັງກອນ ໄດ້ຈັດພິທີໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຂຶ້ນຢ່າງສົມກຽດ,ດ້ວຍການເຂົ້າຮ່ວມຂອງສະມາຊິກພັກ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 5,6 ລ້ານສະຫາຍ.
ຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືຢູ່ຄະນະ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາໃຫຍ່ທີ່ໄດ້ວາງອອກ ສຳລັບການພັດທະນາປະເທດຊາດໃນໄລຍະໃໝ່. ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ສະເໜີການຊຸກຍູ້ການພັດທະນາອຸດສາຫະກຳພື້ນຖານ, ອຸດສາຫະກຳສະໜັບສະໜູນ.
“ເພື່ອພັດທະນາອຸດສາຫະກຳພື້ນຖານ ແລະ ອຸດສາຫະກຳສະໜັບສະໜູນ ຕ້ອງມີການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງບັນດາຂະແໜງ, ພິເສດແມ່ນຂະແໜງຊັບພະຍາກອນສິ່ງແວດລ້ອມ ຄຸ້ມຄອງແຮ່ທາດຍຸດທະສາດ ແລະ ຂະແໜງອຸດສາຫະກຳ, ການຄ້າ. ໝວດບັນຫາທີ 2 ແມ່ນໃນໄລຍະ 2026 – 2030, ຕ້ອງສຸມໃສ່ສ້າງລະບອບລະບຽບການ, ລະບົບກົດໝາຍ ຊຸກຍູ້ການພັດທະນາອຸດສາຫະກຳພື້ນຖານ, ອຸດສາຫະກຳເຕັກໂນໂລຊີແກ່ນສານ ເພື່ອຫຼຸດຜ່ອນການອີງໃສ່ວັດສະດຸການຜະລິດ”.








