• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນຄວາມສຸກສາກົນ - ວັນແຫ່ງຄວາມຮັກແພງ ແລະ ແບ່ງປັນ

      ປະຈຸບັນ, ວັນທີ 20 ມີນາ ແຕ່ລະປີບໍ່ພຽງແຕ່ແມ່ນວັນເພື່ອເຊີດຊູຄວາມຜາສຸກຂອງມະນຸດເທົ່ານັ້ນ, ຫາກຍັງແມ່ນວັນເພື່ອການກະທຳດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ແບ່ງປັນຄວາມຮັກແພງ, ຄວາມຜາສຸກໃຫ້ແກ່ທຸກຄົນ.
ວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງກຸ່ມບໍລິສັດໄຟຟ້າ
(ພາບ: npt.com.vn)
      ນັບແຕ່ປີ 2013 ໂລກໄດ້ຖືເອົາວັນທີ 20 ມີນາ ໃນແຕ່ລະປີແມ່ນວັນຄວາມສຸກສາກົນ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຕອບສະໜອງວັນນີ້. ປີ 2014, ເປັນຄັ້ງທຳອິດຫວຽດນາມ ຈັດວັນຄວາມສຸກສາກົນ ດ້ວຍສານແຜ່ຂະຫຍາຍຄວາມຮັກແພງ. ປະຈຸບັນ, ວັນທີ 20 ມີນາ ແຕ່ລະປີບໍ່ພຽງແຕ່ແມ່ນວັນເພື່ອເຊີດຊູຄວາມຜາສຸກຂອງມະນຸດເທົ່ານັ້ນ, ຫາກຍັງແມ່ນວັນເພື່ອການກະທຳດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ແບ່ງປັນຄວາມຮັກແພງ, ຄວາມຜາສຸກໃຫ້ແກ່ທຸກຄົນ.
        “ໃນການດຳລົງຊີວິດມີຄົນເຈັບຫຼາຍຄົນຕ້ອງການເລືອດເພື່ອປິ່ນປົວພະຍາດ, ໂດຍສະເພາະແມ່ນພວກເດັກນ້ອຍ, ສະນັ້ບ ແຕ່ລະຄົນໄປບໍລິຈາກເລືອດຂອງຕົນ ຈະສາມາດກູ້ເອົາຊີວິດຂອງເດັກນ້ອຍຫຼາຍຄົນ ແລະ ບັນດາຄົນເຈັບ.”
        “ຂ້າພະເຈົ້າກໍ່ປາດຖະໜາຢາກປະກອບສ່ວນໃດສ່ວນໜຶ່ງສົ່ງຢາດເລືອດຂອງຕົນເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ເຈັບເປັນ, ຜູ້ປະສົບກັບຄວາມຫຍຸ້ງຍາກ”
        ນ້ອງຢາກແຜ່ຂະຫຍາຍສານບໍລິຈາກເລືອດກູ້ເອົາຊີວິດ ແມ່ນວຽກງານທີ່ມີຜົນປະໂຫຍດໃຫ້ແກ່ສັງຄົມ ແລະ ນ້ອງກໍ່ຢາກໃຫ້ຫຼາຍຄົນແຜ່ຂະຫຍາຍສານດັ່ງກ່າວ. ແຕ່ລະເທື່ອເຮັດຄືແນວນັ້ນ, ນ້ອງເຫັນວ່າມັນມີຄວາມໝາຍທີ່ສຸດ.
        “ພວກເຮົາຈົ່ງແບ່ງປັນບັນດາຄວາມຜາສຸກທີ່ສຸດຂອງຕົນ, ເຖິງວ່າເລກໆນ້ອຍໆ, ລຽບງ່າຍກໍ່ຕາມ ແຕ່ຈົ່ງແຜ່ຂະຫຍາຍເຖິງປະຊາຄົມ”
        ບັນຍາກາດຂອງວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງກຸ່ມບໍລິສັດໄຟຟ້າ (EVN) ຟົດຟື້ນທີ່ສຸດ. ຄວາມຜາສຸກສຳລັບເຂົາເຈົ້າແມ່ນໄດ້ບໍລິຈາກເລືອດຂອງຕົນໃຫ້ແກ່ຄົນເຈັບ.
        ຢູ່ຫວຽດນາມ, ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແຜ່ຂະຫຍາຍຄວາມຮັກແພງ, ເພື່ອປະຊາຄົມໄດ້ດຳເນີນໄປໃນແຕ່ລະມື້. ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ເປັນເວລາກວ່າ 1 ປີຜ່ານມາ ໄດ້ມີຮູບພາບທີ່ດີງາມ, ແບ່ງປັນຄວາມທຸກຄວາມສຸກ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນປະຊາຄົມ. ອ້າຍ ໂຮ່ງອັກແທັງ, ຫົວໜ້າສະໂມຊອນ “ເຮືອນຄົວແຫ່ງຄວາມຮັກ” ແລະ “ຖ້ຽວລົດເມບໍ່ເສຍຄ່າ” ຢູ່ພາກກາງຫວຽດນາມ, ແບ່ງປັນວ່າ.
        “ຂ້າພະເຈົ້າຄິດວ່າພຽງແຕ່ແບ່ງປັນໃຫ້ພໍ່ແມ່ປະຊາຊົນອັນທີ່ເຮົາມີ. ເຮົາແບ່ງປັນ 5 ສ່ວນ, 10 ສ່ວນເພື່ອຊ່ວຍເຂົາເຈົ້າ. ແຕ່ສ່ວນຂອງຕົນເອງ, ພຽງແຕ່ໄດ້ຮັບຮ້ອຍຍິ້ມ, ເຫັນເຂົາເຈົ້າມີຄວາມສຸກ, ເຮົາກໍ່ຮູ້ສຶກມ່ວນແລ້ວ”.
ຖ້ຽວລົດເມບໍ່ເສຍຄ່າ
(ພາບ: thanhnien.vn)
      ບໍ່ພຽງແຕ່ເປັນເລື່ອງບັງເອີນໃນຕາຕະລາງຈັດອັນດັບ “ດັດຊະນີໜ່ວຍໂລກຜາສຸກ” ໂດຍ New Economics Foundation ຫາກໍ່ປະກາດເມື່ອຕົ້ນເດືອນ ກຸມພາ 2021 ຜ່ານມາ, ຫວຽດນາມ ຢືນແຖວໜ້າຢູ່ອາຊີ ແລະ ຢືນອັນດັບທີ 5 ໃນໂລກ. ຕາມບົດລາຍງານການພັດທະນາມະນຸດທົ່ວໂລກປີ 2020 ໂດຍອົງການ ສະຫະປະຊາຊາດເພື່ອການພັດທະນາປະກາດແລ້ວ, ຫວຽດນາມ ນອນໃນກຸ່ມບັນດາປະເທດມີດັດຊະນີພັດທະນາມະນຸດຢູ່ໃນລະດັບສູງໃນໂລກ. ສະນັ້ນ, ອາດເຫັນໄດ້ວ່າ ຄຸນນະພາບການດຳລົງຊີວິດບໍ່ພຽງແຕ່ຄິດໄລ່ຜ່ານລາຍຮັບເທົ່ານັ້ນ, ຫາກຍັງແມ່ນຄວາມຮູ້ສຶກໄດ້ເຖິງຄວາມສຸກໃນການດຳລົງຊີວິດຂອງປະຊາຊົນແຕ່ລະຄົນອີກດ້ວຍ.
        ຄວາມຜາສຸກສຳລັບແຕ່ລະຄົນແມ່ນມີຄວາມແຕກຕ່າງກັນ, ຄວາມຜາສຸກສຳລັບແຕ່ລະຈຸດເວລາກໍ່ມີການປ່ຽນແປງ. ວັດຖຸບໍ່ແມ່ນປັດໃຈໜຶ່ງດຽວເພື່ອຮັບປະກັນຄວາມຜາສຸກ. ສຳລັບຫຼາຍຄົນແລ້ວ, ຄວາມຜາສຸກພຽງແຕ່ແມ່ນໄດ້ເຮັດວຽກງານທີ່ມີປະໂຫຍດໃຫ້ແກ່ປະຊາຄົມເທົ່ານັ້ນ. ນາງ ຫງວຽນແຮ້ງຈາງ, ນັກອາສາສະໝັກກອງທຶນເພື່ອໂສມໜ້າຫວຽດນາມ, ແບ່ງປັນວ່າ.
        “ຂ້າພະເຈົ້າຄິດວ່າ ການແຜ່ຂະຫຍາຍຄວາມຜາສຸກຂອງຕົນເຖິງທຸກຄົນ ແມ່ນຄວາມໝາຍເລິກເຊິ່ງຂອງສານວັນຄວາມສຸກສາກົນ ເຊິ່ງສະຫະປະຊາຊາດໄດ້ຄັດເລືອກ. ຄວາມຮັກແພງ ແລະ ການແບ່ງປັນໄດ້ຊ່ວຍເຊື່ອມຕໍ່ລະຫວ່າງທຸກຄົນໃນສັງຄົມ. ເພື່ອສະໜັບສະໜູນວັນຄວາມສຸກສາກົນປີນີ້, ຂ້າພະເຈົ້າຈະເຂົ້າຮ່ວມການເດີນທາງເຖິງເຂດພູສູງເພື່ອມອບນ້ຳນົມໂພສະນາການໃຫ້ແກ່ເດັກນ້ອຍຢູ່ທີ່ນັ້ນ, ດ້ວຍຄວາມປາດຖະໜາວ່າຈະປະກອບສ່ວນເຂົ້າໃນການເຄື່ອນໄຫວກຸສົນເພື່ອປະຊາຄົມ”.
        ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ປະກາດຖືເອົາວັນທີ 20 ມີນາ ແຕ່ລະປີແມ່ນວັນຄວາມສຸກສາກົນ, ນັບແຕ່ປີ 2012. ມາຮອດປະຈຸບັນ, ມີ 193 ປະເທດໄດ້ພ້ອມກັນໃຫ້ຄຳໝັ້ນສັນຍາມີການກະທຳ, ມານະພະຍາຍາມຫຼາຍກວ່າເພື່ອສ້າງໂລກເປັນໜຶ່ງດຽວ, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ມະນຸດ. ຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີໄດ້ມີຂໍ້ຕົກລົງນັບແຕ່ປີ 2013 ອະນຸມັດຜ່ານແຜນຮ່າງ “ຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄວາມສຸກສາກົນ 20 ມີນາ ແຕ່ລະປີ”. ສິ່ງດັ່ງກ່າວມີຄວາມໝາຍອັນໃຫຍ່ຫຼວງ ເພື່ອແນໃສ່ສືບຕໍ່ປະຕິບັດເປົ້າໝາຍຂະຫຍາຍການຊ່ວຍໜູນສັງຄົມ, ສ້າງຄອບຄົວຫວຽດນາມ ທີ່ອີ່ມໜຳສຳລານ, ກ້າວໜ້າ ແລະ ຜາສຸກ.
(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ Liechtenstein ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຢ່າງເປັນທາງການ

ນາຍົກລັດຖະມົນຕີ Liechtenstein ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຢ່າງເປັນທາງການ

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງ Liechtenstein ຕໍ່ ຫວຽດນາມ

Top