• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ: ບາດ​ກ້າວ​ທີ່​ຈຳ​ເປັນ​ເພື່ອ​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ມວນມະ​ນຸດ

ວັນທີ 26 ກັນຍາ ແມ່ນວັນສາກົນ ລົບລ້າງອາວຸດນິວເຄຼຍ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຄົມສາກົນຢັ້ງຢືນຄືນຄຳໝັ້ນສັນຍາຄວາມມານະພະຍາຍາມມີການກະທຳເພື່ອໂລກປອດນິວເຄຼຍ.
ໃນໂລກຍັງມີລູກປືນນິວເຄຼຍປະມານ 12.100 ລູກ (ພາບ: Sputnik/TTXVN)

ຕາມຕົວເລກຂອງສະຖາບັນຄົ້ນຄວ້າສັນຕິພາບສາກົນ Stockholm (SIPRI), ປັດຈຸບັນ, ໃນໂລກຍັງມີລູກປືນນິວເຄຼຍປະມານ 12.100 ລູກ. ປະຊາຊົນກວ່າເຄິ່ງໜຶ່ງໃນໂລກ ຍັງດຳລົງຊີວິດຢູ່ບັນດາປະເທດທີ່ຖືກຳມະສິດອາວຸດນິວເຄຼຍ ຫຼື ເປັນສະມາຊິກຂອງບັນດາບັນຫາສຳພັນທະມິດນິວເຄຼຍ. ເຖິງວ່າ ຈຳນວນອາວຸດນິວຄຼຍ ໄດ້ຮັບການຜັນຂະຫຍາຍແມ່ນຫຼຸດລົງຫຼາຍພໍສົມຄວນ ເມື່ອທຽບໃສ່ໄລຍະຈຸດສູງຂອງສົງຄາມເຢັນ, ແຕ່ຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍລະຫວ່າງບັນດາປະເທດຖືກຳມະສິດນັ້ນ ເກືອບຄືວ່າ ຍັງບໍ່ມີຄວາມຄືບໜ້າເທື່ອ. ນອກຈາກນັ້ນ, ປັດຈຸບັນ ບໍ່ມີການເຈລະຈາໃດກ່ຽວກັບການລົບລ້າງອາວຸດນິວເຄຼຍພວມໄດ້ດຳເນີນ.

ໃນຖະແຫຼງການຮ່ວມພາຍຫຼັງກອງປະຊຸມສະມັດຊາໃຫຍ່ ສປຊ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ເນັ້ນໜັກວ່າ ສົນທິສັນຍາຫຼຸດຜ່ອນວັດສະດຸ FMCT ຈະປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການລົບລ້າງອາວຸດນິວເຄຼຍ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ. ທ່ານນາຍົກລັດຖະມົນຕີ ຍີ່ປ່ນຸ ຖືວ່າ ຕ້ອງມີເຈດຈຳນົງທາງການເມືອງຢ່າງແຮງເພື່ອເລີ່ມດຳເນີນບັນດາການເຈລະຈາ FMCT.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top