• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງທຶນ ສົມມາພາຄວນໃຫ້ແກ່ກຳລັງໜູນເຕີບໂຕ

      ຕອນເຊົ້າວັນທີ 8 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ເລີ່ມດຳເນີນກອງປະຊຸມຢູ່ຫໍປະຊຸມເພື່ອປຶກສາຫາລືກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021, ຄາດຄະເນແຜນການປີ 2022, ປຶກສາຫາລືບົດລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງລັດຖະບານ.
ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: TTXVN)
               ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້.
        ກ່າວຄຳເຫັນທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຮູ້ຄວາມມານະພະຍາຍາມໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງທັງລະບົບການເມືອງ. ໃນຍາວນານ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເນັ້ນໜັກວ່າ ຕ້ອງລົງທຶນເຂົ້າໃນຂະແໜງສາທາລະນະສຸກ. ທ່ານນາງ ໂບ໊ທິຊວັນລິງ, ສະມາຊິກສະພາແຫ່ງຊາດ ແຂວງ ບິ່ງທ້ວນ, ໃຫ້ຄຳເຫັນວ່າ:
ທ່ານນາງ ໂບ໊ທິຊວັນລິງ, ສະມາຊິກສະພາແຫ່ງຊາດ ແຂວງ ບິ່ງທ້ວນ
      ລັດຖະບານ ຕ້ອງຄົ້ນຄວ້າ, ເພີ່ມທະວີການຄາດຄະເນສະພາບການຂອງໂລກລະບາດ, ສຸມແຫຼ່ງກຳລັງເພື່ອລົງທຶນເຂົ້າໃນຂົງເຂດສາທາລະນະສຸກ. ເພີ່ມທະວີກຳລັງຄວາມສາມາດຂອງລະບົບສາທາລະນະສຸກຂັ້ນຮາກຖານ ແນໃສ່ຮັບມືກັບໂລກລະບາດໃນສະພາບການໃໝ່ ແລະ ເອົາໃຈໃສ່ເຖິງການລົງທຶນພື້ນຖານໂຄງລ່າງ, ວັດຖຸອຸປະກອນການແພດ ແລະ ຊັບພະຍາກອນມະນຸດໃຫ້ແກ່ຮາກຖານສາທາລະນະສຸກແຫ່ງຕ່າງໆ. ທີສາມແມ່ນ ສືບຕໍ່ຜັນຂະຫຍາຍຍຸດທະສາດການທູດ ວັກຊິນ. ສະເໜີລັດຖະບານ ຊີ້ນຳໃຫ້ຍູ້ແຮງວຽກງານການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນຢູ່ພາຍໃນປະເທດ ເພື່ອເປັນເຈົ້າການແຫຼ່ງສະໜອງ, ຈັດສັນວັກຊິນໃຫ້ເໝາະສົມ.
        ກ່ຽວກັບວຽກງານບໍລິຫານເສດຖະກິດ - ສັງຄົມ, ບັນດາຜູ້ແທນ ຖືວ່າ ໜຶ່ງໃນບັນດາປັດໄຈຕັດສິນຂະບວນວິວັດການຟື້ນຟູເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ ນັ້ນແມ່ນນຳກຳລັງຊາວຜູ້ອອກແຮງງານກັບມາເຮັດວຽກຄືນໃໝ່ໂດຍໄວ. ໂດຍເນັ້ນໜັກວ່າ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບໍ່ແມ່ນໜ້າທີ່ໃນຄວາໜຶ່ງຄາວດຽວ, ສະມາຊິກສະພາແຫ່ງຊາດໄດ້ສະເໜີລັດຖະບານ ຕ້ອງມີຍຸດທະສາດຍາວນານເພື່ອກໍ່ສ້າງ, ປັບປຸງຖັນແຖວຊາວຜູ້ອອກແຮງງານໃຫ້ດີກວ່າ, ມີວິທີການບຳລຸງສ້າງຄືນໃໝ່, ຫັນປ່ຽນອາຊີບໃຫ້ແທດເໝາະ. ທ່ານ ຟ້າມຈ້ອງເຫງັຍ, ສະມາຊິກສະພາແຫ່ງຊາດແຂວງ ລ້າງເຊີນ ຖືວ່າ:
        ຕ້ອງປະກາດໃຊ້ຍຸດທະສາດພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2021 – 2030; ວິໄສທັດຮອດປີ 2045 ຢ່າງຮີບດ່ວນ; ມີແຜນການລະອຽດເພື່ອຍູ້ແຮງການຮ່ວມມືດ້ານການສຶກສາ. ຫວ່າງມໍ່ໆມານີ້, ໃນການເຂົ້າຮ່ວມກອງປະຊຸມ COP 26, ທ່ານນາຍົກລັດຖະມົນຕີ ກໍໄດ້ພົບປະກັບຮາກຖານການສຶກສາມະຫາວິທະຍາໄລທີ່ມີອິດທິພົນຊື່ສຽງໃນໂລກ ແລະ ພິເສດ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານການສຶກສາ ລະຫວ່າງ ກຸ່ມບໍລິສັດໜຶ່ງຂອງ ຫວຽດນາມ ແລະ ມະຫາວິທະຍາໄລແຫ່ງໜຶ່ງສັງກັດສະຖາບັນ Oxford. ນີ້ແມ່ນເຫດການສຳຄັນ, ເປີດປະຕູເພື່ອໃຫ້ນັກສຶກສາ ຫວຽດນາມ ໄດ້ເຂົ້າເຖິງສະພາບແວດລ້ອມການສຶກສາວິຊາການແຖວໜ້າຂອງໂລກ. ໄປຄຽງຄູ່ກັນນັ້ນ ຄວນພັດທະນາການບຳລຸງສ້າງອາຊີບຢ່າງແຮງ. ທັກສະແມ່ນເຄື່ອງມືທີ່ດີທີ່ສຸດເພື່ອໃຫ້ຊາວຜູ້ອອກແຮງງານໄດ້ເປັນເຈົ້າເຄື່ອງຈັກ. ແຫຼ່ງຊັບພະຍາກອນມະນຸດແມ່ນຊັບສົມບັດທີ່ລ້ຳຄ່າທີ່ສຸດຂອງແຕ່ລະປະເທດໃນວິວັດການເຫັນເປັນໂລກາພິວັດ.”.
        ກໍໃນວາລະປຶກສາຫາລືນີ້, ມີຫຼາຍຄຳເຫັນທີ່ໄດ້ສະເໜີລັດຖະບານ ຈົ່ງມີການບໍລິຫານສົກປິການເງິນ ແລະ ນະໂຍບາຍເງິນຕາໃຫ້ຄ່ອງຕົວມີໄຫວພິບ, ສ້າງໂຄງປະກອບແຫຼ່ງເງິນລົງທຶນສາທາລະນະຄືນໃໝ່ ຄຸ້ມຄອງການໃຊ້ຈ່າຍງົບປະມານໃຫ້ແໜ້ນແຟ້ນ./.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top