• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງທຶນໃຫ້ແກ່ການປະຕິຮູບລະບຽບການບໍລິຫານແມ່ນລົງທຶນໃຫ້ແກ່ການພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ປີ 2024 ແມ່ນປີບຸກທະລຸ, ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ຢ່າງມີໄຊ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VGP)

ຕອນບ່າຍວັນທີ 02 ກຸມພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ, ເປັນປະທານວາລະປະຊຸມຄັ້ງທີ 7 ຄະນະຊີ້ນຳ ເພື່ອຜັນຂະຫຍາຍທິດທາງ, ໜ້າທີ່ປີ 2024. ວາລະປະຊຸມໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ປີ 2024 ແມ່ນປີບຸກທະລຸ, ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ຢ່າງມີໄຊ. ທ່ານຊີ້ແຈ້ງວ່າ, ການລົງທຶນໃຫ້ການປະຕິຮູບລະບຽບການບໍລິຫານແມ່ນການລົງທຶນໃຫ້ແກ່ການພັດທະນາ; ການປະຕິຮູບການບໍລິຫານຕ້ອງຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເປົ້າໝາຍ, ກຳລັງໜູນ, ແຫຼ່ງຊັບພະຍາກອນ; ການປະຕິຮູບລະບຽບການບໍລິຫານແມ່ນເພື່ອສ້າງບັນຍາກາດໃໝ່, ກຳລັງໜູນໃໝ່, ຄຸນຄ່າໃໝ່, ຜົນສຳເລັດໃໝ່. ສະນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ການປະຕິຮູບລະບຽບການບໍລິຫານໃນ 6 ຂົງເຂດ, ຄື: ລະບອບລະບຽບການ; ລະບຽບການບໍລິຫານ; ການຈັດຕັ້ງກົງຈັກບໍລິຫານແຫ່ງລັດ; ລະບອບວຽກງານຫຼວງ; ການເງິນສາທາລະນະ; ການສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ.

(ແຫຼ່ງຄັດຈາກ VOV)

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນຫຼັກ​ ເພື່ອໃຫ້ ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.

Top