• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ, ສ.ເກົາຫຼີ ແລະ ໄທ ສືບສວນສາຍເຫດທີ່ພາໃຫ້ເກີດເຫດເຂື່ອນໄຟຟ້າແຕກຢູ່ ລາວ

ວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ປະກາດວ່າ ຈະຮ່ວມມືກັບບັນດາປະເທດທີ່ມີວິສາຫະກິດເຂົ້າຮ່ວມໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍ ແນໃສ່ສືບສວນສາຍເຫດທີ່ພາໃຫ້ເຫດເຂື່ອນໄຟຟ້າແຕກ.

ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ຄຳໝັ້ນສັນຍາຈະສືບສວນຢ່າງລະອຽດ ແນໃສ່ຊອກຫາສາຍເຫດຂອງເຫດການດັ່ງກ່າວ ແລະ ຢັ້ງຢືນວ່າ ການສືບສວນຈະດຳເນີນໄປຢ່າງໂປ່ງໃສ ແລະ ຍຸຕິທຳ.

        ກ່ອນໜ້ານັ້ນ, ວັນທີ 23 ກໍລະກົດ, ເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍ ເກີດອຸບັດຕິເຫດແຕກ, ເຮັດໃຫ້ 6 ບ້ານຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື, ພາກໃຕ້ ລາວ ຈົມຢູ່ໃຕ້ນ້ຳທັງໝົດ. ເຂື່ອນໄຟຟ້າດັ່ງກ່ວາແມ່ນໂຄງການທີ່ມີມູນຄ່າ 1,2 ຕື້ USD ມີກຳລັງການຜະລິດ 410 MW, ເລີ່ມລົງມືກໍ່ສ້າງແຕ່ປີ 2013 ແລະ ຄາດວ່າ ຈະສຳເລັດໃນປີ 2019.

(ແຫຼ່ງຄັດຈາກ VOV)


ຫວຽດນາມ ແລະ Liechtenstein ເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ ແລະ Liechtenstein ເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ Brigitte Haas ພ້ອມກັບການລົງນາມໃນສັນຍາສອງສະບັບ

Top