• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ສະ​ເໜີ​ໃຫ້​ຫວຽດ​ນາມ ໜູນ​ຊ່ວຍ​​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ທ່ານ ຮອງນາຍົກລັດຖະມົນຕີລາວ ສົມດີດວງດີ ໄດ້ຕີລາຄາສູງກຳລັງຄວາມສາມາດ, ບົດຮຽນປະສົບການໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ຂອງ ຫວຽດນາມ ແລະ ສະເໜີຢາກສືບຕໍ່ໄດ້ຮັບການໜູນຊ່ວຍຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ.

ພິທີມອບຮັບອຸປະກອນການແພດລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກອງທັບລາວ

ທີ່ການຕ້ອນຮັບ ແລະ ເຮັດວຽກໃນຕອນເຊົ້າວັນທີ 9 ເມສາ, ຄະນະນັກຊ່ຽວຊານຂອງກະຊວງປ້ອງກັນປະເທດ ຫວຽດນາມທີ່ໄປຊ່ວຍເຫຼືອປະເທດລາວປ້ອງກັນ, ສະກັດກັ້ນໂລກລະບາດ. ທ່ານ ຮອງນາຍົກລັດຖະມົນຕີລາວ ສົມດີດວງດີ ໄດ້ຕີລາຄາສູງກຳລັງຄວາມສາມາດ, ບົດຮຽນປະສົບການໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ຂອງ ຫວຽດນາມ ແລະ ສະເໜີຢາກສືບຕໍ່ໄດ້ຮັບການໜູນຊ່ວຍຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ.

        ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໄດ້ສະເໜີໃຫ້ບັນດານັກຊ່ຽວຊານຂອງ ກະຊວງປ້ອງກັນປະເທດຫວຽດນາມ ໃນການເດີນທາງມາເຮັດວຽກຄັ້ງນີ້, ໄປສຳຫຼວດກວດກາຢູ່ບັນດາແຂວງພາກກາງລາວ ຄື ບໍລິຄຳໄຊ, ຄຳມ່ວນ… ເຊິ່ງເປັນບໍລິເວນທີ່ມີຜູ້ອອກງານລາວກັບມາຈາກປະເທດໄທ ແຕ່ຍັງບໍ່ທັນໄດ້ຮັບການຄວບຄຸມເປັນຢ່າງດີເທື່ອ, ຈາກນັ້ນ ມີບັນດາຂໍ້ສະເໜີທີ່ຖືກຕ້ອງຊັດເຈນ, ເໝາະສົມກັບເງື່ອນໄຂຕົວຈິງ, ຊ່ວຍໃຫ້ລັດຖະບານ, ຂະແໜງສາທາລະນະສຸກ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນນີ້ ຜັນຂະຫຍາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ຢ່າງມີປະສິດທິຜົນ.

 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top