• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ເພື່ອ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ຖ້​ອງຖີ່ນສາມ​ຂັ້ນ

ລາຍງານຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 2, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ຮ່າງມະຕິວ່າດ້ວຍການປັບປຸງລັດຖະທຳມະນູນ 2015 ກຳນົດອຳນາດການປົກຄອງທ້ອງຖິ່ນໄດ້ຈັດຕັ້ງຕາມ 3 ຂັ້ນລວມມີ: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດລາວ ຊຸດທີ 9

ວັນທີ 17 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ສະພາແຫ່ງຊາດລາວ ຊຸດທີ 9ໄດ້ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 2 ເພື່ອພິຈາລະນາ, ຮັບຮອງເອົາຮ່າງມະຕິສະບັບປັບປຸງລັດຖະທຳມະນູນປີ 2015, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ, ພິຈາລະນາຂໍ້ສະເໜີປັບປຸງກົງຈັກການຈັດຕັ້ງລັດຖະບານຂອງນາຍົກລັດຖະມົນຕີ, ຄົ້ນຄ້ວານະໂຍບາຍໃຫ້ແກ່ນັກລົງທຶນມາລົງທຶນທີ່ເຂດອຸດສາຫະກຳຈຳນວນໜຶ່ງ. ລາຍງານຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 2, ທ່ານ ຈະເລີນ ເຍຍປາວເຮີ  ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ຮ່າງມະຕິວ່າດ້ວຍການປັບປຸງລັດຖະທຳມະນູນ 2015 ກຳນົດອຳນາດການປົກຄອງທ້ອງຖິ່ນໄດ້ຈັດຕັ້ງຕາມ 3 ຂັ້ນລວມມີ: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ. ການປັບປຸງລັດຖະທຳມະນູນແມ່ນເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນສະພາບການໃໝ່ຂອງປະເທດຊາດ, ເໝາະສົມກັບທ່າອ່ຽງປັບປຸງກົງຈັກລັດຕາມທິດກະທັດລັດ, ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top