• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວບໍ່ກວດພົບຜູ້ຕິດເຊື້ອພະຍາດໂລກລະບາດໂຄວິດ-19 ໃນຊຸມຊົນພາຍຫຼັງເວລາກວ່າ 1 ເດືອນ

ວັນທີ 31 ພຶດສະພາ, ເປັນມື້ທຳອິດລາວ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນໃນທົ່ວປະເທດ.
ວັນທີ 31 ພຶດສະພາ, ເປັນມື້ທຳອິດລາວ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ, (ພາບປະກອບ: THX/TTXVN)

ພາຍຫຼັງເວລາກວ່າ 40 ວັນນັບແຕ່ເມື່ອກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄັ້ງທີ 2 ຜູ້ທຳອິດໃນຊຸມຊົນ, ວັນທີ 31 ພຶດສະພາ, ເປັນມື້ທຳອິດລາວ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນໃນທົ່ວປະເທດ.

        ທີ່ກອງປະຊຸມຂ່າວໃນຕອນທ່ຽງວັນທີ 31 ພຶດສະພາ, ກະຊວງສາທາລະນະສຸກລາວ ໃຫ້ຮູ້ວ່າ, ປະເທດນີ້ໄດ້ກວດພົບຜູ້ຕິດເຊື້ອພະຍາດ 1 ຄົນເຊິ່ງແມ່ນຜູ້ເຂົ້າເມືອງໃນຮອບເວລາ 24 ຊົ່ວໂມງຜ່ານມາ ແລະ ໄດ້ແຍກຕົວໂດຍທັນທີ. ນີ້ອາດຈະຮັບຮັບຖືວ່າລັດຖະບານ ແລະ ປະຊາຊົນລາວ ບັນລຸໄດ້ຜົນສຳເລັດໃນເບື້ອງຕົ້ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ພາຍຫຼັງເວລາ 40 ວັນຈັດວາງຄຳສັ່ງລອກດາວ. ຜູ້ຕາງໜ້າກະຊວງສາທາລະນະສຸກລາວ ເນັ້ນໜັກວ່າ, ເຖິງວ່າສະພາບການໂລກລະບາດມີສັນຍານຫຼຸດລົງກໍ່ຕາມ, ແຕ່ທົ່ວປວງຊົນສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ ແລະ ເປັນເຈົ້າການໄປສັກວັກຊິນກັນໂຄວິດ-19.

        ໄລ່ຮອດວັນທີ 29 ພຶດສະພາ, ລາວ ໄດ້ສັກວັກຊິນກັນໂຄວິດ-19 ໃຫ້ 872.070 ຄົນ, ໃນນັ້ນມີ 214.115 ຄົນໄດ້ສັກວັກຊິນເຂັ້ມທີ 2 ແລ້ວ. ມາຮອດປະຈຸບັນ, ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.912 ຄົນ, ໃນນັ້ນໄດ້ປິ່ນປົວຫາຍດີເປັນປົກກິຕິໃຫ້ 1.543 ຄົນ, ມີ 3 ຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top