• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ

ທ່ານຮອງລັດຖະມົນຕີ ຫງວຽນກວ໊ກເກື່ອງ, ສະເໜີໃຫ້ 2 ຄະນະກຳມະການສືບຕໍ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີການແລກປ່ຽນ, ສົມທົບກັນສ້າງແຜນການຮ່ວມມືຢ່າງລະອຽດ.


(ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ 

ເຮັດວຽກກັບສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 19 – 21 ພຶດສະພາ ຂອງຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ, ໂດຍທ່ານ ຫງວຽນກວ໊ກເກື່ອງ, ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນຫົວໜ້າຄະນະ, ຕອນບ່າຍວັນທີ 20 ພຶດສະພາ, ຄະນະຜູ້ແທນໄດ້ມີການເຮັດວຽກກັບຄະນະຕິດຕໍ່ພົວພັນຊາວລາວ ອາໄສຢູ່ຕ່າງປະເທດ ທີ່ສຳນັກງານກະຊວງການຕ່າງປະເທດລາວ, ນະຄອນຫຼວງວຽງຈັນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງຕ່າງປະເທດລາວ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ມີຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດລາວ; ຢືນຢັນວ່າ, ພັກ, ລັດລາວ ຈະສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ປະຊາຄົນຊາວຫວຽດນາມ ພວມອາໄສຢູ່ລາວ ດຳລົງຊີວິດ, ເຮັດວຽກ ແລະ ເຊື່ອມໂຍງເຂົ້າກັບສັງລາວ.

        ສ່ວນທ່ານຮອງລັດຖະມົນຕີ ຫງວຽນກວ໊ກເກື່ອງ, ສະເໜີໃຫ້ 2 ຄະນະກຳມະການສືບຕໍ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີການແລກປ່ຽນ, ສົມທົບກັນສ້າງແຜນການຮ່ວມມືຢ່າງລະອຽດ, ຊ່ວຍໃຫ້ຊາວຫວຽດນາມ - ລາວ ອາໄສຢູ່ແຕ່ລະປະເທດ ທຳມາຫາກິນ, ດຳລົງຊີວິດຢ່າງມີສະຖຽນລະພາບ ແລະ ຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖິ່ນ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ ແລະ ສືບຕໍ່ເປັນຂົວເຊື່ອມຕໍ່ໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

        ກ່ອນໜ້ານັ້ນ, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ. ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ມີການເຮັດວຽກກັບສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ສະຖານທູດຫວຽດນາມ ປະຈຳລາວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top