ຂ່າວສານ
ລາຍການສະແດງສິລະປະພິເສດຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ
ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ”, ລາຍການສະແດງສິລະປະຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ລວມມີ 3 ພາກ: “ພາຍໃຕ້ຄັນທຸງຂອງພັກ”, “ຝາກຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ພັກ” ແລະ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ”. ບັນດາລາຍການສະແດງສິລະປະໃນລາຍການໄດ້ສະແດງໃຫ້ເຫັນແຈ້ງບົດບາດນຳພາຂອງພັກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພາລະກິດປະຕິວັດ.
ໜຶ່ງໃນບັນດາພາບພົດທີ່ພົ້ນເດັ່ນໃນລາຍການນັ້ນແມ່ນການເຂົ້າຮ່ວມຂອງນັກສະແດງມະຫາຊົນກວ່າ 6.000 ຄົນ ທີ່ມາຈາກກຳລັງປະກອບອາວຸດ ແລະ ນັກສຶກສາ. ການປະສານສົມທົບລະຫວ່າງ ກຣາຟິກເທິງເວທີ, ດົນຕີ, ແສງສີ ແລະ ຮູບພາບປະຫວັດສາດໄດ້ສ້າງບັນຍາກາດການເມືອງ - ວັດທະນະທຳທີ່ຍອດຢ້ຽມ. ລາຍການດັ່ງກ່າວໄດ້ນຳມາເຊິ່ງຄວາມຮູ້ສຶກເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນອັນເຕັມປ່ຽມຂອງປະຊາຊົນ, ນັກສະແດງທີ່ມີຕໍ່ໄລຍະພັດທະນາໃໝ່ຂອງປະເທດຊາດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກວາງອອກ.
“ນີ້ເປັນຄັ້ງທຳອິດທີ່ ດັງເຢືອງ ເຂົ້າຮ່ວມລາຍການໃຫຍ່ຄືແນວນີ້, ມັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ປະເທດເຮົາພວມບືນຕົວຂຶ້ນ. ຄັ້ງທຳອິດທີ່ເຮັດເວທີໃນທົ່ວເນື້ອທີ່ສະໜາມກິລາ, ດັງເຢືອງບໍ່ເຄີຍສະແດງຢູ່ເວທີໃດທີ່ໃຫຍ່ຄືແນວນີ້. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ”.
“ສຸດຍອດຫຼາຍ. ຢືນຢູ່ໃຕ້ທ້ອງຟ້າທີ່ເຕັມໄປດ້ວຍດອກບັ້ງໄຟຄືແນວນີ້, ຂ້າພະເຈົ້າ ກໍຄືບັນດາເພື່ອນໜຸ່ມອື່ນລ້ວນແຕ່ຮູ້ສຶກເອກອ້າງທະນົງໃຈ, ປິຕິຊົມຊື່ນ, ມີຄວາມສຸກທີ່ສຸດ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ການພັດທະນາຂອງປະເທດຊາດໃນໄລຍະໃໝ່ທີ່ເຕັມໄປດ້ວຍແງ່ຫວັງ ເຊິ່ງຄົນລຸ້ນໜຸ່ມຄືພວກເຮົາກໍຕ້ອງເປັນສ່ວນໜຶ່ງຂອງອະນາຄົດນັ້ນ.”









