• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ກ​ານ​ເມືອງ “ບົດ​ເພງ​ອຳ​ມະ​ຕະ​ຢູ່​ແມ່​ນ້ຳ” ທີ່​ຝັງ​ເລິກ​ໃນ​ໃຈ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ “ບົດ​ເພງ​ອຳ​ມະ​ຕະ​ຢູ່​ແມ່​ນ້ຳ” ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 18 ເມສາ, ຢູ່ ​ທ່າ​ເຮືອບັກ II, ນອນ​ໃນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ “ທ່າ​ເຮືອ ບັກແຢງ”, ແຂວງ ກວາງ​ຈິ.
  ທ່ານ ເລ​ຕຽນ​ເຈົາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຈູດ​ທູບ​ທຽນ​ອາ​ໄລ​ຫາ​ພໍ່​ແມ່​ພີ່​ນ້ອງ, ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດເພື່ອ​ຊາດ  

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ການ​ເມືອງ “ບົດ​ເພງ​ອຳ​ມະ​ຕະ​ຢູ່​ແມ່​ນ້ຳ” ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 18 ເມສາ, ຢູ່ ​ທ່າ​ເຮືອບັກ II, ນອນ​ໃນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ “ທ່າ​ເຮືອບັກແຢງ”, ແຂວງ ກວາງ​ຈິ - ເຊິ່ງ​ເປັນ​ຈຸດ​ໜຶ່ງ​ໃນ​ເສັ້ນ​ທາງ​ຂົນ​ສົ່ງ​ລຳ​ລຽງ​ສະ​ບຽງ​ອາ​ຫານ​ທີ່​ສຳ​ຄັນ​ທີ່​ສຸດ​ໃຫ້​ແກ່​ສະ​ໜາມ​ຮົບ​ພາກ​ໃຕ້​ໃນ​ປາງ​ສົງ​ຄາມ​ຕ້ານ​ຈັກ​ກະ​ພັດ​ ອາ​ເມ​ລິ​ກາ. ທ່ານ ເລ​ຕຽນ​ເຈົາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ລາຍ​ການ ແລະ ຈູດ​ທູບ​ທຽນ​ອາ​ໄລ​ຫາ​ພໍ່​ແມ່​ພີ່​ນ້ອງ, ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເມື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ.

ລາຍ​ການ​ ເຊີດ​ຊູ​ບັນ​ດາ​ວິ​ລະ​ກຳຂອງກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ​ທີ່​ດັງ​ກ້ອງ​ກັງ​ວານ​ໃນ​ໄລ​ຍະ 1964 – 1973. ລາຍ​ການ​ເຊີດ​ຊູ​ການ​ເສຍ​ສະຫຼະ, ພູມ​ປັນ​ຍາ, ຄຸນທາດຜ່ານ​ຜ່າລູກ​ລະ​ເບີດ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຮັບ​ປະ​ກັນ​ໃຫ້​ເສັ້ນ​ທາງ​ຂົນ​ສົ່ງ​ລຳ​ລຽງ​ອອກ​ສູ່​ແນວ​ໜ້າ; ມຸ່ງ​ໄປ​ເຖິງວຽກ​ງານ​ຕອບ​ບຸນ​ແທນ​ຄຸນ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top