ລາຍການສະແດງສິລະປະການເມືອງ “ບົດເພງອຳມະຕະຢູ່ແມ່ນ້ຳ” ໄດ້ດຳເນີນໃນຕອນຄ່ຳວັນທີ 18 ເມສາ, ຢູ່ ທ່າເຮືອບັກ II, ນອນໃນເຂດປູຊະນີຍະສະຖານລະດັບຊາດພິເສດ “ທ່າເຮືອ ບັກແຢງ”, ແຂວງ ກວາງຈິ.
ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດນາມ ຈູດທູບທຽນອາໄລຫາພໍ່ແມ່ພີ່ນ້ອງ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
ລາຍການສະແດງສິລະປະການເມືອງ “ບົດເພງອຳມະຕະຢູ່ແມ່ນ້ຳ” ໄດ້ດຳເນີນໃນຕອນຄ່ຳວັນທີ 18 ເມສາ, ຢູ່ ທ່າເຮືອບັກ II, ນອນໃນເຂດປູຊະນີຍະສະຖານລະດັບຊາດພິເສດ “ທ່າເຮືອບັກແຢງ”, ແຂວງ ກວາງຈິ - ເຊິ່ງເປັນຈຸດໜຶ່ງໃນເສັ້ນທາງຂົນສົ່ງລຳລຽງສະບຽງອາຫານທີ່ສຳຄັນທີ່ສຸດໃຫ້ແກ່ສະໜາມຮົບພາກໃຕ້ໃນປາງສົງຄາມຕ້ານຈັກກະພັດ ອາເມລິກາ. ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ ແລະ ຈູດທູບທຽນອາໄລຫາພໍ່ແມ່ພີ່ນ້ອງ, ນັກຮົບທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ຢູ່ສະຖານທີ່ດັ່ງກ່າວ.
ລາຍການ ເຊີດຊູບັນດາວິລະກຳຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ດັງກ້ອງກັງວານໃນໄລຍະ 1964 – 1973. ລາຍການເຊີດຊູການເສຍສະຫຼະ, ພູມປັນຍາ, ຄຸນທາດຜ່ານຜ່າລູກລະເບີດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຮັບປະກັນໃຫ້ເສັ້ນທາງຂົນສົ່ງລຳລຽງອອກສູ່ແນວໜ້າ; ມຸ່ງໄປເຖິງວຽກງານຕອບບຸນແທນຄຸນ.