• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສິລະປະເພື່ອສິ່ງແວດລ້ອມ: ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ວັນທີ 19 ກຸມພາ, ຢູ່ ນະຄອນ ໂຮ້ຍອານ ແຂວງ ກວ໋າງນາມ ໄດ້ດຳເນີນລາຍການສິລະປະເພື່ອສິ່ງແວດລ້ອມ.

ວັນທີ 19 ກຸມພາ, ຢູ່ ນະຄອນ ໂຮ້ຍອານ ແຂວງ ກວ໋າງນາມ ໄດ້ດຳເນີນລາຍການສິລະປະເພື່ອສິ່ງແວດລ້ອມ. ເຫດການແມ່ນນອນໃນຂອບເຂດການເຄື່ອນໄຫວຫນູນຊ່ວຍພັດທະນາແບບຍືນຍົງຢູ່ ຫວຽດນາມ ໂດຍສະຖານທູດ ອັງກິດ ສົມທົບກັບສະຫະສະມາຄົມທ່ອງທ່ຽວ ກວ໋າງນາມ ປະຕິບັດ.

ການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມໃນຂອບເຂດເຫດການ. ພາບ:toquoc.vn

ລາຍການດັ່ງກ່າວຈັດຂຶ້ນ ແມ່ນແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມກໍ່ຄືແບ່ງປັນບົດຮຽນປະສົບການຂອງ ອັງກິດ ກ່ຽວກັບການຮັບມື ແລະ ຫລຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ.

ນອກຈາກການເຄື່ອນໄຫວດຳເນີນຢູ່ ໂຮ້ຍອານແລ້ວ, ຍັງມີລາຍການສະແດງດົນຕີທາງໄກ ເຊື່ອມຕໍ່ ອັງກິດ - ໂຮ້ຍອານ. ທ່ານ ຫງວຽນມິງລີ ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ້ຍອານ ໃຫ້ຮູ້ວ່າ:

“ໂຮ້ຍອານ ຍາມໃດກໍ່ຍົກສູງວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ຖືນີ້ແມ່ນຫນຶ່ງໃນ 3 ເນື້ອໃນສຳຄັນໃນວິວັດການພັດທະນາຂອງນະຄອນ. ເຮັດແນວໃດທັງພະຍາຍາມພັດທະນາເສດຖະກິດ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ. ພວກຂ້າພະເຈົ້ານຳໃຊ້ແຫລ່ງລາຍຮັບຈາກການພັດທະນາເສດຖະກິດ ກັບຄືນມາລົງທຶນໃຫ້ວຽກງານປົກປັກຮັກສາສິ່ງແວດລ້ອມ.”

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top